ໃນວັນທີ 23 ກໍລະກົດ 2019 ນີ້ ຢູ່ທີ່ດ່ານ 9/2 ຈຸດສຸມປະເລາະ-ອາສິງ ເມືອງນອງ ແຂວງສະຫວັນນະເຂດ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງ-ເມືອງນອງ, ທ່ານ ພັນໂທ ເຈີນ ຕວນ ແອັງ ຮອງຫົວໜ້າກອງບັນຊາການ ທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ມີບັນດາທ່ານຫົວໜ້າຫ້ອງການ,ຄະນະຫ້ອງການທີ່ກ່ຽວຂອງ, ຫົວໜ້າຈຸດສຸມ, ກຸ່ມບ້ານ, ພໍ່ແມ່ປະຊາຊົນເຂດຈຸດສຸມປະເລາະ-ອາສິງ ເຂົ້າຮ່ວມຢ່າງພ້ອມພຽງທັງສອງຝ່າຍ.
ໃນພິທີມອບ-ຮັບແນວພັນງົວຄັ້ງນີ້ ມີຈຳນວນ 5 ໂຕ, ລວມມູນຄ່າ 75 ລ້ານດົງ, ເພື່ອມອບໃຫ້ພໍ່ແມ່ປະຊາຊົນ ບ້ານເປົ້າໝາຍລຽບຕາມຊາຍແດນລາວ-ຫວຽດນາມ ເຂດຈຸດສຸມປະເລາະ-ອາສິງ ເມືອງນອງ ໃນຈຳນວນ 5 ຄອບຄົວທີ່ທຸກຍາກ. ທັງນີ້ເພື່ອ ເສີມຂະຫຍານສາຍສຳພັນ ລາວ- ຫວຽດ ທີ່ມີມູນເຊື້ອມາແຕ່ດົນນາມ ເປັນບ້ານໄກ້ເຮືອນຄຽງ ທີ່ຜູກພັນສະໜິດແໜ້ນ ແລະ ເປັນການຂະຫຍາຍສາຍສຳພັນມິດຕະພາບຊາຍ ແດນລາວ-ຫວຽດນາມ ຄົບຮອບ 15 ປີ ແຫ່ງການແຮກ ສ່ຽວຂອງທັງສອງຝ່າຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ມີຄວາມຮັດແໜ້ນຍິ່ງໆຂື້ນ
ໂອກາດດັ່ງກ່າວ ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງ-ເມືອງນອງ ຕ່າງໜ້າໃຫ້ຄະນະພັກເມືອງນອງ ກໍ່ໄດ້ກ່າວຄໍາຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ການນຳແຂວງກວາງຈິເຊິ່ງເປັນນ້ຳໃຈອັນສູງສົ່ງ ແລະ ປ່ຽມລົ້ນອັນຫາທີ່ປຽບບໍ່ໄດ້ຕໍ່ກັບການຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວເມືອງນອງ ໃນຄັ້ງນີ້ເຖິງວ່າຈະບໍ່ແມ່ນມູນຄ່າອັນມະຫາສານ ແຕ່ມັນກໍ່ມີຄຸນຄ່າທາງຈິດໃຈທີ່ຊື້ບໍ່ໄດ້.
ແຫລ່ງຂ່າວ: ຈາກນັກຂ່າວເມືອງນອງ