ຄະນະຜູ້ແທນຈາກໂຮງໝໍການແພດພື້ນເມືອງສູນກາງຮ່າໂນ້ຍ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຮ່ວມກັບ ສະຖາບັນການແພດພື້ນເມືອງລາວ, ສຳຫລວດສຶກສາຄວາມເປັນໄປໄດ້ ໃນການພັດທະນາສວນພຶກສາ ໃຫ້ກາຍເປັນແຫຼ່ງຄວາມຮູ້ ທາງດ້ານຢາພື້ນເມືອງລາວ ປະກອບສ່ວນເຮັດໃຫ້ຢາພື້ນເມືອງຂອງລາວ ເປັນທີ່ຍອມຮັບ ແລະ ບໍລິການນໍາໃຊ້ຢູ່ໃນສັງຄົມ ໃຫ້ນັບມື້ນັບຫຼາຍຂື້ນ ແລະ ກວ້າງຂວາງ
ໃນວັນທີ 11 ກໍລະກົດ 2019, ຜ່ານມາ ເນື່ອງໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ, ຂອງຄະນະຜູ້ແທນການແພດພື້ນເມືອງສູນກາງຮ່າໂນ້ຍ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນໍາໂດຍ ທ່ານນາງ ເຈືອງ ທິ ຊວັນ ຮວາ ຮອງຜູ້ອຳນວຍການ ໂຮງໝໍການແພດພື້ນເມືອງສູນກາງ ຮ່າໂນ້ຍ ໄດ້ເດີນທາງໄປຢ້ຽມຢາມສະຖານທີ່ທ່ອງທ່ຽວສວນພຶກສາ ທີ່ ບ້ານໃໝ່ດ່ານຊີ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຊຶ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ ຮອງສາດສະດາຈານ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍ ທ່ານ ພູວົງ ພະມີສິດ ປະທານສວນພຶກສາ, ພ້ອມດ້ວຍການນໍາຂອງສະຖາບັນການແພດພື້ນເມືອງລາວ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ເມື່ອເວົ້າເຖິງສວນພຶກສາ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ ມາແຕ່ກາງ ປີ 2017 ເປັນຕົ້ນມາ ຊຶ່ງສະຖານທີ່ດັ່ງກ່າວ ແມ່ນຕັ້ງຢູ່ຫ່າງຈາກຕົວເມືອງໄປຕາມເສັ້ນທາງເລກ 13 ເໜືອ ປະມານ 20 ກວ່າກິໂລແມັດ, ມີເນື້ອທີ່ທັງໝົດ ເກືອບ 50 ເຮັກຕາ, ຖືເປັນແຫຼ່ງທ່ອງທ່ຽວທໍາມະຊາດ, ກະສິກຳ ແລະ ວັດທະນະທຳ ໃນແບບຕ່າງໆ ລວມໄວ້ໃນສະຖານທີ່ແຫ່ງນີ້, ມີການບໍລິການສວນອາຫານ, ລວມທັງກິດຈະກໍາການທ່ອງທ່ຽວທີ່ຫຼາກຫຼາຍ ເປັນສະຖານທີ່ທ່ອງທ່ຽວສວຍງາມ ເຫມາະແກ່ການພັກຜ່ອນ, ພ້ອມທັງເປັນແຫຼ່ງສົ່ງເສີມຄວາມຮູ້ດ້ານກະສິກໍາ ແລະ ວັດທະນະທຳແຫ່ງໜຶ່ງຢູ່ ນະຄອນຫຼວງວຽງຈັນ. ພາຍຫຼັງ, ໃຫ້ບໍລິການມາໄດ້ໄລຍະໜຶ່ງ ຈິ່ງເຫັນໄດ້ທາງດ້ານທ່າແຮງການພັດທະນາ ປະທານສວນພຶກສາ ມີແນວຄິດຫັນເອົາເນື້ອທີ່ພາຍໃນສວນພຶກສາ ໃຫ້ກາຍເປັນສູນປິ່ນປົວ ປຸງແຕ່ງ ແລະ ນໍາໃຊ້ຢາພື້ນເມືອງລາວ ເພື່ອໃຫ້ບໍລິການຕໍ່ສັງຄົມ ແລະ ເພື່ອເປັນການ ປະກອບສ່ວນເຂົ້າໃນການສຶກສາຄວາມເປັນໄປໄດ້ ໃນການສ້າງສູນຮຽນຮູ້ທາງດ້ານຕໍາລາຢາພື້ນເມືອງລາວ ໃຫ້ປະກົດຜົນເປັນຈິງໃນອະນາຄົດ, ຝ່າຍຫວຽດນາມ ຍັງຈະໄດ້ໃຫ້ຄໍາປຶກສາດ້ານວິຊາການ ດ້ວຍການສົ່ງຜູ້ຊ່ຽວຊານສະເພາະດ້ານ ເຂົ້າມາຊ່ວຍຝ່າຍລາວ ເພື່ອການຈັດຕັ້ງ ປະຕິບັດ ການສໍາຫຼວດ ແລະ ສຶກສາຄົ້ນຄວ້າຕໍາລາຢາພື້ນເມືອງ, ແລະ ນີ້ຖືເປັນວຽກງານທີ່ສຳຄັນໃນການອະນຸລັກ ແລະ ສົ່ງເສີມເຮັດໃຫ້ຢາພື້ນເມືອງຂອງລາວ ເປັນທີ່ຍອມຮັບ ໃຫ້ບໍລິການຕໍ່ສັງຄົມລາວ, ນຳມາປຸງແຕ່ງເປັນຜະລິດຕະພັນຢາຮັກສາສຸຂະພາບ ໃຫ້ນັບມື້ນັບຫຼາຍຂື້ນ
ໃນໂອກາດທີ່ຄະນະຜູ້ແທນການແພດພື້ນເມືອງສູນກາງ ຮ່າໂນ້ຍ ສສ ຫວຽດນາມ ເດີນຢ້ຽມຢາມສວນພຶກສາ ທາງດ້ານພຶດທາງການຢາ, ສະຫມູນໄພ-ຢາພື້ນເມືອງ ຄະນະຮັບຜິດຊອບ ຝ່າຍລາວ ແມ່ນໄດ້ ຈັດການຕ້ອນຮັບອັນອົບອຸ່ນ ເປັນຢ່າງດີ, ທີ່ເຕັມໄປດ້ວຍຄວາມຫມາຍສຳຄັນ ມິດຕະພາບການຮ່ວມມືທີ່ດີ ແລະ ສອດແຊກທາງຮິດຄອງປະເພນີວັດທະນະທຳອັນດີງາມຂອງລາວ ໂດຍຈັດໃຫ້ມີການການທ່ຽວຊົມສວນ, ຕາມຈຸດສຳຄັນຕ່າງໆ, ການຢ້ຽມຊົມຫໍພິພິທະພັນຊົນເຜົ່າ, ທີ່ລວບລວມເອົາວັດທະນະທຳຊົນເຜົ່າຂອງລາວ ແບບແຜນການດຳລົງຊີວິດ, ຮູບແບບການນຸ່ງຖືກ ແລະ ການທຳມາຫາກິນ ໃນແຕ່ລະເຜົ່າ, ພິເສດ ຍັງໄດ້ນຳເອົາການສະແດງສີລະປະ ບົດຟ້ອນຂອງຫລານນ້ອຍ, ນັກຮຽນ ທີ່ເປັນເອກະລັກຊົນເຜົ່າ ມາສະແດງໃຫ້ບັນດາຜູ້ແທນໄດ້ຮັບຊົມ ແລະ ສິ່ງສຳຄັນ ທີ່ຂາດບໍ່ໄດ້ ຄືການບາສີສູ່ຂວັນ ແກ່ຄະນະຜູ້ແທນ ເຊີ່ງເປັນສິ່ງທີ່ຂາດບໍ່ໄດ້ ເປັນວັດທະນະທຳປະເພນີອັນດີງາມຂອງຄົນລາວ ທີ່ສຶບທອດປະຕິບັດກັນ, ໃນເວລາມີແຂກ ຫລື ນັກທ່ອງທ່ຽວເດີນທາງມາຢ້ຽມຢາມລາວ, ທັງນີ້ກໍ່ເພື່ອຄວາມເປັນສີລິມຸງຄຸນ, ຄວາມຈະເລີນຮຸ່ງເຮືອງສີວິໄລ, ສຸຂະພາບເຂັ້ມແຂງ, ມີໂຊກມີໄຊ ແລະ ເຕັມໄປດ້ວຍຄວາມຮັກແພງສາມັກຄີ ຜູກຫມັ້ນມິດຕະພາບ ອັນດີງາມຂອງສອງຊາດ ລາວ ແລະ ຫວຽດນາມ. ກໍ່ຄືປະຊາຊົນ ສອງປະເທດ.