ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ໄດ້ຈັດພິທີເປີດການບໍລິການນຳໃຊ້ ວີຊາອອນລາຍ (eVisa) ຢ່າງເປັນທາງການ ໃນວັນທີ 09/07/2019 ນີ້ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມໃນພິທີເປີດຢ່າງເປັນທາງການ ໂດຍ: ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ ສະເຫຼີມໄຊ ກົມມະສິດ, ບັນດາຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເຂົ້າຮ່ວມ 100 ກວ່າທ່ານ.
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງໃຫ້ມີການພັດທະນາລະບົບອອກວີຊາອອນລາຍ (eVisa) ເພື່ອເປັນທາງເລືອກໃໝ່,ໃຫ້ແກ່ຄົນຕ່າງປະເທດ ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.
ລະບົບດັ່ງກ່າວນີ້ຈະໄດ້ນຳໃຊ້ໄປຄຽງຄູ່ກັບລະບົບທີ່ປະຕິບັດຢູ່ໃນປະຈຸບັນ, ສໍາລັບລະບົບອອກວີຊາອອນລາຍ ໄດ້ອອກແບບມີລັກສະນະງ່າຍດາຍ, ບໍ່ສັບສົນ, ສາມາດເຂົ້າໃຈງ່າຍ, ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມປອດໄພ ສຳລັບຜູ້ຊົມໃຊ້, ຊຶ່ງທຸກຄົນສາມາດສະເໜີຂໍວີຊາເຂົ້າ ສປປ ລາວ ທາງອອນລາຍໄດ້ທຸກເວລາ ແລະ ທຸກສະຖານທີ່ ທີ່ມີອິນເຕີແນັດ ແລະ ເປັນການປະຢັດຄ່າໃຊ້ຈ່າຍ ຖ້າທຽບໃສ່ການໄປເອົາຢູ່ບັນດາ ສະຖານທູດ, ສະຖານກົງສຸນໃຫຍ່, ຫ້ອງການກົງສຸນຂອງລາວ ທີ່ຢູ່ຕ່າງປະເທດ, ລວມທັງເອົາຢູ່ກັບດ່ານສາກົນຕ່າງໆ.
ລັດຖະບານ ໄດ້ອະນຸຍາດໃຫ້ນໍາໃຊ້ 7 ດ່ານ ຄື: ສະໜາມບິນສາກົນວັດໄຕ; ຂົວມິດຕະພາບລາວ-ໄທແຫ່ງທີ 1. ຂົວມິດຕະພາບລາວ-ໄທແຫ່ງທີ 2. ຂົວມິດຕະພາບລາວ-ໄທແຫ່ງທີ 4. ສະໜາມບິນສາກົນຫຼວງພະບາງ ສະໜາມບິນສາກົນປາກເຊ ແລະ ດ່ານບໍ່ເຕັນ ເຊີ່ງເປັນດ່ານໃນການຮອງຮັບ ແລະ ບໍລິການ ສຳລັບຄົນຕ່າງປະເທດທີ່ນຳໃຊ້ວີຊາອອນລາຍ ເຂົ້າມາ ສປປ ລາວ.
ໃນໃນໄລຍະເລີ່ມຕົ້ນ ແມ່ນຈະເລີ່ມໃຫ້ບໍລິການຢູ່ 2 ດ່ານ ຄື: ສະໜາມບິນສາກົນວັດໄຕ ແລະ ຂົວມິດຕະພາບລາວ-ໄທແຫ່ງທີ່ 1. ຊຶ່ງໃນປະຈຸບັນ ຜູ້ທີ່ໃຊ້ວີຊາອອນລາຍ ສາມາດເຂົ້າ ສປປ ລາວ ໄດ້ ໂດຍຜ່ານ 2 ດ່ານ ຕາມ Website: www.laoevisa.gov.la, ຫຼັງຈາກນັ້ນ, ໃນເວລາອັນໃກ້ນີ້ ຈະຂະຫຍາຍລະບົບໄປສູ່ດ່ານອື່ນທີ່ຍັງເຫຼືອ ຈົນກວ່າສໍາເລັດທັງໝົດ 7 ດ່ານ.