ຂະແໜງການກ່ຽວຂ້ອງຂອງນະຄອນຫລວງວຽງຈັນ ເລັ່ງຄວບຄຸມການລະບາດຂອງພະຍາດອະຫິວາໝູອາຟຣິກາ ບໍ່ໃຫ້ແຜ່ລາມເປັນວົງກວ້າງ, ພາຍຫລັງພົບໝູຕາຍ ຍ້ອນຕິດພະຍາດດັ່ງກ່າວ ຢູ່ບ້ານນາສ້ຽວ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເມື່ອວັນທີ 3 ກໍລະກົດຜ່ານມານີ້
ພາຍຫລັງເກີດສະພາບດັ່ງກ່າວ, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ແນະນໍາໃຫ້ ພະແນກກະສິກໍາປ່າໄມ້ ນະຄອນຫລວງວຽງຈັນ ຮີບຮ້ອນດໍາເນີນມາດຕະການສຸກເສີນເພື່ອສະກັດກັ້ນ ແລະ ຕອບໂຕ້ພະຍາດດັ່ງກ່າວ ໃຫ້ສະຫງົບໂດຍໄວ ແລະ ທັນການ, ໂດຍສະເພາະລົງຕິດຕາມເຝົ້າລະວັງຢ່າງເຂັ້ມງວດ, ສືບສວນ-ສອບສວນ, ເກັບກໍາຂໍ້ມູນສະພາບການລ້ຽງຫມູ, ຈໍານວນໝູເຈັບ-ຕາຍ ແລະ ກໍານົດຂອບເຂດລະບາດຂອງພະຍາດ, ຕັ້ງດ່ານກວດສັດຕະວະແພດຊົ່ວຄາວ ເພື່ອກວດຢຶດຫມູ ແລະ ຜະລິດຕະພັນຫມູທີ່ເຄື່ອນຍ້າຍຈາກເຂດລະບາດ, ພ້ອມທັງຈັດຕັ້ງສີດພົ່ນຢາຂ້າເຊື້ອພາຫະນະທີ່ອອກຈາກເຂດດັ່ງກ່າວ
ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມໄປສູ່ບ້ານຫລືເຂດອື່ນໆ ແລະ ຈັດຕັ້ງຫນ່ວຍງານລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນໃນເຂດທີ່ເກີດລະບາດ ແລະ ເຂດທີ່ມີຄວາມສ່ຽງໃຫ້ຮັບຮູ້ເຂົ້າໃຈກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ບໍ່ໃຫ້ນໍາເອົາຫມູທີ່ເຈັບ ຫລື ຕາຍໄປບໍລິໂພກ, ໄປຖິ້ມລົງຫ້ວຍນໍ້າລໍາເຊ ຫລື ທໍາມະຊາດຢ່າງເດັດຂາດ. ເນື່ອງຈາກພະຍາດອະຫິວາໝູອາຟຣິກາ ເປັນພະຍາດຮ້າຍແຮງ ສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ ແລະ ທຸກເພດໄວ ລວມທັງໝູປ່າ, ມັນມີຄວາມທົນທານສູງ ຕໍ່ສະພາບແວດລ້ອມ, ບໍ່ມີຢາກັນ, ບໍ່ມີຢາປົວໂດຍກົງ ແລະ ອັດຕາການຕາຍຂອງຫມູ ທີ່ຕິດເຊື້ອພະຍາດນີ້ແມ່ນສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ.