ຫຼາຍພາກສ່ວນທີ່ກ່ຽວ ຂ້ອງຈາກຂັ້ນສູນກາງ ແລະ ທ້ອງຖິ່ນຂອງແຂວງສະຫວັນ ນະເຂດ ຮ່ວມປຶກສາຫາລືກັນ ກ່ຽວກັບການຍົກລະດັບເຂດ ປ່າໂຄກອະນຸລັກໂອງ-ມັ່ງ ຂຶ້ນ ເປັນເຂດອະນຸລັກພັນພືດ-ສັດແຫ່ງຊາດ ໃນເນື້ອທີ່ຈຳນວນ 130.745 ເຮັກຕາ, ກວມເອົາໃນ 5 ເມືອງຂອງ ແຂວງສະຫວັນນະເຂດ. ໂດຍກອງປະຊຸມປຶກສາຫາ ລືເພື່ອຍົກລະດັບເຂດປ່າໂຄກ ອະນຸລັກໂອງ-ມັ່ງ ຂຶ້ນເປັນເຂດປ່າໂຄກອະນຸລັກລະດັບຊາດ ໄດ້ຈັດຂຶ້ນທ້າຍເດືອນມິຖຸນາ ຜ່ານມານີ້, ຈັດໂດຍໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ ແບບຍືນຍົງໃນລະບົບນິເວດປ່າໂຄກພາກໃຕ້ຂອງລາວ
ປະຈຸບັນ, ເຂດປ່າໂຄກ ອະນຸລັກໂອງ-ມັ່ງ ມີສະຖານະເປັນ ເຂດອະນຸລັກລະດັບແຂວງ ຊຶ່ງ ເຂດດັ່ງກ່າວ ແມ່ນມີຄວາມອຸ ດົມສົມບູນທາງດ້ານຊັບພະຍາກອນປ່າໄມ້, ສັດນ້ຳ-ສັດ ປ່າ ແລະ ພັນພືດນາໆຊະນິດທີ່ຫາຍາກ ແລະ ໃກ້ຈະສູນພັນໂດຍສະເພາະແລ້ວແມ່ນໂອງ-ມັ່ງ, ຈາກການສຳຫຼວດໃນຂອບເຂດປ່າໂຄງດັ່ງກ່າວ ໃນໄລຍະຜ່ານມາສາມາດຈຳແນກໄດ້ 647 ຊະນິດ, ໃນນີ້ ພືດ 126 ຊະນິດ, ນົກ 278 ຊະນິດ, ສັດລ້ຽງລູກດ້ວຍນົມ 67 ຊະນິດ, ສັດເລືອຄານ 47 ຊະນິດ, ສັດເຄິ່ງບົກ-ເຄິ່ງນ້ຳ 38 ຊະນິດ ແລະ ປາ 91 ຊະນິດ ນອກນີ້, ເຂດປ່າໂຄກອະນຸລັກໂອງ-ມັ່ງ, ຍັງເປັນເຂດທີ່ສາມາດພັດທະນາເປັນແຫຼ່ງທ່ອງທ່ຽວທາງ ທຳມະຊາດ, ວັດທະນະທຳ ແລະ ຮີດຄອງປະເພດນີ ຂອງປະ ຊາຊົນບັນດາເຜົ່າທີ່ນອນຢູ່ໃນ ແລະ ອ້ອມຮອບ ເພື່ອດຶງດູດເອົານັກທ່ອງທ່ຽວ, ນັກລົງທຶນ ພາຍໃນ ແລະ ຕ່າງປະເທດເຂົ້າ ມາພັດທະນາ ແລະ ສ້າງລາຍ ຮັບໃຫ້ແກ່ຊຸມຊົນ ແລະລັດຖະບານໄດ້ຢ່າງຫຼວງຫຼາຍ ສະນັ້ນ, ຈິ່ງມີຄວາມສຳຄັນ ແລະຈຳ ເປັນທີ່ຕ້ອງໄດ້ມີການຄຸ້ມຄອງ, ປົກປັກຮັກສາ, ບູລະນະເຂດ ປ່າໂຄກອະນຸລັກໂອງ-ມັ່ງ ຊຶ່ງເປັນເຂດອະນຸລັກທີ່ມີພຽງແຫ່ງ ດຽວໃນ ສປປ ລາວ, ເພື່ອໃຫ້ມີ ຄວາມຍືນຍົງຕະຫຼອດໄປ ຮັກສາໄວ້ເພື່ອບໍ່ໃຫ້ລູກຫຼານໄດ້ ເບິ່ງໄດ້ຊົມໃຊ້ສືບທອດກັນໄປ ໃນອະນາຄົດ
ສຳລັບເນື້ອທີ່ໆຕ້ອງການ ສະເໜີຍົກລະດັບເຂດປ່າໂຄກ ອະນຸລັກໂອງ-ມັ່ງ ຂຶ້ນເປັນເຂດ ອະນຸລັກພັນພືດ-ພັນສັດແຫ່ງ ນີ້ມີ 130.745 ເຮັກຕາ, ກວມ 5 ເມືອງ, ລວມມີ 55 ບ້ານ ໃນນັ້ນແຍກເປັນບ້ານທີ່ນອນ ຢູ່ໃນ 32 ບ້ານ ແລະ ບ້ານທີ່ມີ ເນື້ອທີ່ກວມ ອີກຈຳນວນ 23 ບ້ານ, ໂດຍເມືອງຊົນນະບູລີ ມີ ເນື້ອທີ່ 67.636 ເຮັກຕາ, ມີ 25 ບ້ານ, ເມືອງພີນ ເນື້ອທີ່ 29.686 ເຮັກຕາ, ມີ 12 ບ້ານ, ເມືອງທ່າປາງທອງ 31.312 ເຮັກຕາ, ມີ 13 ບ້ານ, ເມືອງພະລານໄຊ 1.012 ເຮັກຕາ, ມີ 3 ບ້ານ ແລະ ເມືອງສອງຄອນ ໃນເນື້ອທີ່ 1.042 ເຮັກຕາ, ມີ 2 ບ້ານ.
ໂອກາດນີ້, ໃນພິທີກໍ່ໄດ້ມີ ການນຳສະເໜີຄວາມຫຼາກ ຫຼາຍທາງດ້ານຊີວິດນາໆພັນ ໃນເຂດໂອງ-ມັ່ງ, ແຜນຄຸ້ມ ຄອງເຂດໂອງ-ມັ່ງໃນ 5 ຕົວເມືອງ, ຄວາມໝາຍຄວາມ ສຳຄັນໃນການຍົກລະດັບເຂດ ໂອງ-ມັ່ງ ເປັນລະດັບຊາດ,ມີ ການນຳສະເໜີຂັ້ນຕອນ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ ການຍົກລະດັບໃນໄລຍະຜ່ານມາ ແລະຊື່ ຂອງເຂດທີ່ຈະສະເໜີຍົກລະດັບ ຈາກນັ້ນ, ຜູ້ທີ່ເຂົ້າຮ່ວມ ໃນກອງປະຊຸມກໍ່ໄດ້ພ້ອມກັນ ປຶກສາຫາ ລືກັນຢ່າງກົງໄປກົງ ມາເຖິງຄວາມສຳຄັນ ແລະຈຳ ເປັນໃນການຍົກລະດັບເຂດ ປ່າ ໂຄກອະນຸລັກໂອງ-ມັ່ງຂຶ້ນ ເປັນເຂດອະນຸລັກລະດັບຊາດ ນຳອີກ.
Video Form Youtube