ໃນວັນທີ 13 ກັນຍາ 2018 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງການແຜນການ ແລະ ການລົງທຶນ ເມືອງວັງວຽງແຂວງວຽງຈັນ. ໄດ້ມີພິທີເຊັນສັນຍາໂຄງການລົງທຶນກໍ່ສ້າງ ແລະ ສໍາປະທານ ແຫຼ່ງທ່ອງທ່ຽວທໍາມະຊາດ ຕາດຫ້ວຍສ້ານ ບ້ານນາຊົມເມືອງວັງວຽງແຂວງວຽງຈັນ ລະຫວ່າງ ອຳນາດການປົກຄອງ ເມືອງວັງວຽງ ຕ່າງໜ້າໂດຍ ຫ້ອງການແຜນການ ແລະ ການລົງທຶນເມືອງວັງວຽງ ແລະ ບໍລິສັດ M&N ການຄ້າ ຈໍາກັດຜູ້ດຽວ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ, ມີບັນດາທ່ານຄະນະປະຈຳ, ກຳມະການພັກເມືອງ, ບໍລິສັດ M&N ການຄ້າ ຈໍາກັດຜູ້ດຽວ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ນາຍບ້ານແລະ ພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ໃນພິທີຍັງໄດ້ຜ່ານຂໍ້ຕົກລົງສະບັບເລກທີ 406/ຈມ.ວວ ລົງວັນທີ 13 ກັນຍາ 2018 ວ່າດ້ວຍການອານຸມັດໃຫ້ ບໍລິສັດ M&N ການຄ້າ ຈໍາກັດຜູ້ດຽວ ລົງທຶນກໍ່ສ້າງ ແລະ ສໍາປະທານແຫຼ່ງທ້ອງທ່ຽວ ຕາດຫ້ວຍສ້ານ ເມືອງວັງວຽງ ແຂວງວຽງຈັນ.
ທ່ານ ກາວີນ ມະນີວົງ ປະທານ ບໍລິສັດ M&N ການຄ້າ ຈໍາກັດຜູ້ດຽວ ໄດ້ຂື້ນຜ່ານຄວາມເປັນມາຂອງ ຕາດຫ້ວຍສ້ານວ່າ: ຫ້ວຍສ້ານມີຊື່ ແລະ ຕົ້ນກຳເນີດມາຈາກ ຕົ້ນໝາກສ້ານທີ່ເກີດຢັ້ງຍາຍຢູ່ຕາມລຽບຫ້ວຍນ້ຳແຫ່ງນີ້ ມາເປັນຫຼາຍໆພັນປີມາແລ້ວ ຍ້ອນສະພາບດິນຟ້າອາກາດມີການປ່ຽນແປງຕາມກາລະເວລາ ຈຶ່ງເຮັດໃຫ້ຕົ້ນໝາກສ້ານເຫຼົ່ານັ້ນຄ່ອຍໆສູນຫາຍໄປຄົງເຫຼືອໄວ້ພຽງແຕ່ຊື່ສຽງໃຫ້ແກ່ຄົນລຸ້ນຫຼັງ ໄດ້ຈື່ຈໍາ - ສືບທອດໄວ້. ຕາດຫ້ວຍສ້ານ ມີຫ້ວຍນ້ຳໄຫຼຜ່ານ 2 ຫ້ວຍຄື: ຫ້ວຍສ້ານໃຫຍ່ ແລະ ຫ້ວຍສ້ານນ້ອຍ. ຕາດຫ້ວຍສ້ານ ຫ່າງຈາກເທດສະບານເມືອງ ປະມານ 15 ກິໂລແມັດ. ຕັ້ງຢູ່ບ້ານນາຊົມເມືອງວັງວຽງ ແຂວງວຽງຈັນ ແລະ ໄດ້ເລີ່ມສຳຫຼວດຫ້ວຍສ້ານ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວໃນທ້າຍປີ 2015 ໃຊ້ທຶນທັງໝົດໃນການພັດທະນາປະມານ 4 ລ້ານໂດລາສະຫະລັດ.
ກິດຈະກຳຫຼັກຂອງໂຄງການ ຄື: ຍ່າງທ່ຽວທຳມະຊາດຫານ້ຳຕົກຕາດໃຫຍ່, ນ້ຳຕົກຕາດນ້ອຍ ( ລົດຮອດ ), ຖ້ຳນົກ,ຈຸດຊົມວິວ, ສະຖານທີ່ໂດດນ້ຳ, ປີນຜາ, ຂີ່ສະຫຼີ,ງ ຂີ່ຊ້າງ, ສວນດອກໄມ້, ຮ້ານອາຫານ, ເຮືອນຊົນເຜົ່າມົ້ງ, ເຮືອນຕົ້ນໄມ້, ບ້ານພັກຊົງລາວ ແລະ ກາງເຕັ້ນ. ການລົງທຶນປະຈຸບັນສຳເລັດປະມານ 50% ຂອງໂຄງການ ແລະ ຄາດໝາຍໃຫ້ສຳເລັດປີ 2022 ປີ້, ສ່ວນບີ້ເຂົ້າຊົມແຫຼ່ງທ່ອງທ່ຽວສຳລັບຄົນລາວ ແມ່ນ 10.000 ກີບ ແລະ ຕ່າງປະເທດແມ່ນ 20.000 ກີບ.
ຕອນທ້າຍ, ຍັງໄດ້ມີພິທີເຊັນສັນຍາໂຄງການລົງທຶນກໍ່ສ້າງ ແລະ ສໍາປະທານ ແຫຼ່ງທ່ອງທ່ຽວທໍາມະຊາດ ຕາດຫ້ວຍສ້ານ ບ້ານນາຊົມເມືອງວັງວຽງ ແຂວງວຽງຈັນ ລະຫວ່າງ ອຳນາດການປົກຄອງ ເມືອງວັງວຽງ ຕ່າງໜ້າໂດຍ ຫ້ອງການແຜນການແລະການລົງທຶນເມືອງວັງວຽງ ແລະ ປະທານບໍລິສັດ M&N ການຄ້າຈໍາກັດຜູ້ດຽວ.
Editor: ກຳປານາດ ລັດຖະເຮົ້າ