ເມື່ອບໍ່ດົນມານີ້, ສະພາປະຊາຊົນແຂວງຫົວພັນ ນຳໂດຍ ທ່ານນາງ ອຳໄພວອນ ລ້ອມບຸນແພງ ຮອງປະທານສະພາປະຊາຊົນແຂວງຫົວພັນ ໄດ້ນໍາເອົາເຄື່ອງນຸ່ງຫົ່ມຈຳນວນ 18 ເປົາ, ເຂົ້າສານ 1,34 ໂຕນ, ໝີ່ 80 ແກັດ, ຜ້າຫົ່ມໂຕໆ 15 ຜືນ ແລະ ເກີບເດັກນ້ອຍ 1 ເປົາ ລວມມູນຄ່າທັງໝົດ 26,5 ລ້ານກວ່າກີບ, ທີ່ໄດ້ມາຈາກການບໍລິຈາກຂອງປະຊາຊົນ, ນັກທຸລະກິດ ພາຍໃນ ແລະ ຕ່າງແຂວງ, ບັນດາຫ້ອງການ, ກົມກອງ ໄປມອບໃຫ້ປະຊາຊົນບ້ານເມືອງຢືດ ເມືອງຊຳເໜືອ, ແຂວງຫົວພັນ ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພໃນທ້າຍເດືອນສິງຫາທີ່ຜ່ານມາ.
ໃນວັນດຽວກັນ, ທ່ານ ຄຳສີ ຜິວວິໄລ ປະທານອົງການກາແດງແຂວງຫົວພັນ ກໍໄດ້ນຳ ເອົາເຄື່ອງຊ່ວຍເຫລືອບັນເທົາທຸກ ໄປມອບໃຫ້ປະຊາຊົນບ້ານດັ່ງກ່າວເຊັ່ນດຽວກັນ. ເຄື່ອງທີ່ນຳມາ ມອບໃນຄັ້ງນີ້ປະກອບມີ: ຜ້າຫົ່ມ 14 ຜືນ ແລະ ເຄື່ອງນຸ່ງຈຳນວນ 62 ຖົງ ລວມມູນຄ່າ 4,9 ລ້ານກວ່າກີບ.
ທ່ານ ທອງວັນ ສີຄຳເຮືອງ ນາຍບ້ານໆເມືອງຢືດ, ທັງເປັນໜຶ່ງໃນຄອບຄົວທີ່ໄດ້ຮັບຜົນ ກະທົບຈາກອຸທົກກະໄພໃຫ້ຮູ້ວ່າ: ບ້ານເມືອງຢືດ ເມືອງຊຳເໜືອ ແຂວງຫົວພັນມີທັງໝົດ 141 ຫລັງ, ມີພົນລະເມືອງ 869 ຄົນ. ຜ່ານເຫດການອຸທົກກະໄພໃນຄັ້ງວັນທີ 30 ສິງຫາ 2018 ມີປະຊາຊົນໄດ້ຮັບຜົນກະທົບ ເສຍຫາຍໜັກ(ເຮືອນ ແລະ ເຄື່ອງຂອງ ຖືກນ້ຳໄຫລຊຸ)ມີຈຳນວນ 14 ຄອບຄົວ, ເສຍຫາຍໜັກປະເພດສອງມີ 19 ຄອບຄົວ, ປະເພດສາມມີ 17 ຄອບຄົວ ແລະ ເສຍຫາຍໜັກປະເພດສີ່ມີ 15 ຄອບຄົວ ລວມທັງໝົດມີຈຳນວນ 65 ຄອບຄົວ, ມີ 428 ຄົນ, ແຕ່ບໍ່ມີຜູ້ເສຍຊີວິດ. ແຕ່ຢ່າງໃດກໍຕາມ, ປະຊາຊົນຍັງມີຄວາມຕ້ອງການທີ່ຈຳເປັນທີ່ ສຸດແມ່ນ ເຂົ້າກິນ ເພາະວ່າໄຮ່ນາຂອງປະຊາຊົນພາຍໃນບ້ານເສຍຫາຍເກືອບໝົດ.
ນອກນັ້ນຍັງມີຄວາມຕ້ອງການເສື່ອນອນ ແລະ ນ້ຳລິນເພື່ອດື່ມ-ໃຊ້.
Editor: ກຳປານາດ ລັດຖະເຮົ້າ