ສູນວັດທະນະທຳຈີນ ປະຈຳ ສປປ ລາວ ແລະ ແຂວງເຈີ້ຈ່ຽງ ສປ ຈີນ ໄດ້ຈັດງານສາທິດປຸງແຕ່ງອາຫານ ເຂດຈ່ຽງໜານ ທີ່ມີຫົວຂໍ້ “ ຈີນເທິງປາຍລີ້ນ ສາທິດການປຸງແຕ່ງອາຫານເຂດຈ່ຽງໜານຂອງຈີນ ” ຂື້ນໃນວັນທີ 12 ກັນຍາ 2018 ຜ່ານມາ ທີ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫວັງ ເຫວິນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານ ຫວັງ ເຫວິນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ເປີດເຜີຍໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້ເປັນການສະເຫລີມສະຫລອງ ບຸນປະເພນີ ໄຫວ້ພະຈັນຂອງຊາວຈີນ ເຊິ່ງເປັນອີກງານບຸນປະເພນີໜຶ່ງທີ່ຄົນຈີນ ໃຫ້ຄວາມເຄົາລົບນັບຖື ແລະ ກາຍເປັນວັດທະນະທຳ-ປະເພນີ ອັນດີງາມຈົນມາຮອດປັດຈຸບັນ. ນອກນີ້ເປັນການປະກອບສ່ວນເຂົ້າໃນກິດຈະກຳ ປີທ່ອງທ່ຽວລາວ 2018 ອີກດ້ວຍ.
ແຂກທີ່ເຂົ້າຮ່ວມໃນງານນອກຈາກໄດ້ລອງຊິີມອາຫານທີ່ແຊບ ແລະ ເປັນເອກະລັກຂອງແຂວງ ເຈີ້ຈ່ຽງ ແລ້ວ ຍັງໄດ້ຮັບຊົມ ການສະແດງສິລະປະການປຸງແຕ່ງອາຫານ ຈາກ 5 ພໍ່ຄົວ ທີ່ມີຊື່ສຽງໂດ່ງດັງຈາກແຂວງເຈີ້ຈ່ຽງ ທີ່ໄດ້ສາທິດຂັ້ນຕອນການປຸງແຕ່ງອາຫານ ອັນປານີດ, ການແກະສະລັກ, ການປັ້ນອາຫານໃຫ້ເປັນໂຕສັດຕ່າງໆ ເຊິ່ງໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ບັນດາແຂກເຂົ້າຮ່ວມເປັນຢ່າງດີ. ການຈັດງານໃນ ຄັ້ງນີ້, ແນໃສ່ອະນຸລັກຮີດຄອງປະເພນີ ແລະ ອາຫານທີ່ເປັນເອກະລັກ ຂອງເຂດຈ່ຽງໜານ ຂອງ ຈີນ ໃຫ້ຢູ່ຄູ່ຊາດຕະຫລອດໄປ, ພ້ອມທັງໃຫ້ຊາວລາວໄດ້ ຮັບຮູ້ຢ່າງກວ້າງຂວາງ
Editor: ກຳປານາດ ລັດຖະເຮົ້າ