ເມືອງຫົງສາ ແຂວງໄຊຍະບູລີ ຈັດຕັ້ງປາຖະກາຖາ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 16 ປີຂຶ້ນ. ໃນວັນທີ 13 ກັນຍາ 2018 ນີ້, ຢູ່ທີ່ສະໂມສອນຂອງເມືອງ. ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ພົມມະລາດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆ ຫົງສາ, ເຂົ້າຮ່ວມຮັບຟັງໃນຄັ້ງນີ້, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກອງບັນຊາການທະຫານ-ຕຳຫຼວດ, ພະນັກງານປະຕິວັດອາວຸດໂສບຳນານ, ສະມາຊິກພັກພະນັກງານ, ນາຍບ້ານ ແລະ ພະນັກງານສະຫະພັນນັກຮົບເກົ່າຂອງເມືອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ຄຳເພັດ ພົມມະລາດ ເຈົ້າເມືອງໆ ຫົງສາ ກໍໄດ້ເລົ່າຄືນປະຫວັດມູນເຊື້ອແຫ່ງການກຳເນີດ, ຜົນງານການເຄື່ອນໄຫວຕະຫລອດໄລຍະ 16 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ບົນເສັ້ນທາງແຫ່ງການສ້າງຕັ້ງສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກເສຍສະຫລະນາໆ ປະການ, ການຕໍ່ສູ້ຕ້ານພວກຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ ຂອງນັກຮົບປະຕິວັດໃນເມື່ອກ່ອນ ກໍຄື: ນັກຮົບເກົ່າຜູ້ຮັກຊາດໃນປັດຈຸບັນ. ພາຍໃຕ້ການນໍາພາອັນປີຊາສາມາດຂອງພັກເຕັມໄປດ້ວຍຄວາມເສຍສະຫລະເລືອດເນື້ອ ແລະ ຊີວິດຢ່າງອົງອາດກ້າຫານ ຈົນໄດ້ຮັບໄຊຊະນະ ແລະ ສາມາດສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບແຕ່ວັນທີ 2 ທັນວາ 1975 ເປັນຕົ້ນມາ.
ຈຸດປະສົງ ກໍ່ແມ່ນເພື່ອຫວນຄືນມູນເຊື້ອປະຕິວັດ ແລະ ຜົນງານທີ່ມີກຽດສະຫງ່າງາມຂອງນັກຮົບເກົ່າ ທີ່ໄດ້ສ້າງປະຫວັດສາດປະໄວ້ໃນຫຼາຍສິບປີຜ່ານມາ, ສືບຕໍ່ຮ່ວມມືກັບພາກສ່ວນຕ່າງໆຂອງປວງຊົນລາວຕໍ່ສູ້ຕີສັດຕູຍາດເອົາໄຊຊະນະ, ປົດປ່ອຍປະເທດຊາດກັບຄືນມາໃຫ້ປະຊາຊົນລາວບັນດາເຜົ່າໃນວັນທີ 2 ທັນວາ 1975. ເພື່ອເປັນການສ້າງຂະບວນການເຕົ້າໂຮມຄວາມສາມັກຄີໃນຖັນແຖ້ວນັກຮົບເກົ່າ ແລະ ເພື່ອເປັນການພົວພັນສ້າງສາຍສຳພັນຮ່ວມມືກັບອຳນາດການປົກຄອງ, ຄະແໜງການ, ອົງການຈັດຕັ້ງມະຫາຊົນອຶ່ນໆ ທັງພາກລັດ ແລະ ເອກະຊົນ. ໃຫ້ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວຢ່າງເລິກເຊິ່ງ ແລະ ກວ້າງຂວາງ.
Editor: ກຳປານາດ ລັດຖະເຮົ້າ