ໃນວັນທີ 12 ກັນຍາ 2018, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ຂະແໜງ ສັງຄົມສົງເຄາະ, ໄດ້ລົງໄປມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ບ້ານປາກກວາງ ເມືອງປາກງື່ມ ນະຄອນຫລວງວຽງຈັນ, ຈໍານວນ 62 ຄອບຄົວ ທີ່ປະສົບໄພນ້ຳຖ້ວມ, ເຄື່ອງຊ່ວຍເຫລືອດັ່ງກ່າວ, ມີ ເຂົ້າສານ 744 ກິໂລ, ໝີ່ 62 ແກັດ, ປ໋ອງປາ 50 ແພັກ, ເຄື່ອງນຸ່ງຫົ່ມ 5 ເປົ໋າ, ພ້ອມເງິນຈຳນວນ 5 ລ້ານກີບ.
ໃນໂອກາດດັ່ງກ່າວ, ທ່ານ ໂອໃດ ຈັນສີດາລາດ ເລຂາພັກບ້ານປາກກວາງ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານປາກກວາງ ມີ 171 ຄອບຄົວ, 166 ຫລັງຄາເຮືອນ, ມີເນື້ອທີ່ທັງໝົດ 1.211 ເຮັກຕາ, ປະຊາຊົນຖືກນ້ຳຖ້ວມມີ 62 ຫລັງຄາເຮືອນ, ເນື້ອທີ່ຖືກນ້ຳຖ້ວມ 714 ເຮັກຕາ, ເນື້ອທີ່ການຜະລິດເສຍຫາຍ 120 ເຮັກຕາ. ໃນນີ້, ນາ 84 ເຮັກຕາ ແລະ ສວນ 36 ເຮັກຕາ, ໜອງປາໄດ້ຮັບຜົນເສຍຫາຍ 15 ໜອງ.
ໄລຍະຜ່ານມາ ພັກ, ລັດ ແລະ ອຳນາດການປົກຄອງກ ກໍຄື ຂັ້ນເມືອງ ໄດ້ເອົາໃຈໃສ່ເບິ່ງແຍ່ງຊ່ວຍເຫລືອ ເປັນຕົ້ນແມ່ນ ເຂົ້າສານອາຫານແຫ້ງ ແລະ ເຄື່ອງໃຊ້ສອຍຕ່າງໆ. ພ້ອມນີ້, ພະແນກ ສາທານະຄອນຫລວງ ແລະ ພະແນກສາທາເມືອງ ກໍໄດ້ນຳເອົານໍ້າດື່ມມາສົ່ງ ແລະ ກວດພະ ຍາດເປັນປະຈຳ, ເຊິ່ງມາຮອດປັດຈຸບັນ ລະດັບນໍ້າໄດ້ຫລຸດລົງ 60 ຊັງຕີແມັດ ຈາກ 250 ຊັງຕີແມັດ.
Editor: ກຳປານາດ ລັດຖະເຮົ້າ