ໃນວັນທີ 8 ກັນຍາ 2018 ຜ່ານມານີ້, ແດນສະຫວັນນໍ້າງື່ມ ຣິສອດ ໄດ້ນໍາເອົານໍ້າດື່ມ ຈໍານວນ 10 ພັນຕຸກ ເດີນທາງໄປມອບໃຫ້ກັບເມືອງທຸລະຄົມ ແຂວງວຽງຈັນ ເພື່ອແຈກຍາຍໃຫ້ກັບປະຊາຊົນ ທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ ມອບໂດຍ ທ່ານ ສິງພັນ ມະນີວອນ ຕາງຫນ້າແດນສະຫວັນນໍ້າງື່ມຣິສອດ ແລະ ໃຫ້ກຽດຮັບໂດຍ ທ່ານ ເສດໄຊ ວິໄລໄຟ ເລຂາພັກເມືອງ-ເຈົ້າເມືອງທຸລະຄົມ, ໂດຍມີຄະນະຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມເປັນສັກຂີພິຍານ.
ນໍ້າດື່ມທີ່ນໍາມາມອບຄັ້ງນີ້ ແມ່ນຈະໄດ້ນໍາແຈກຍາຍໃຫ້ປະຊາຊົນ ໃນຫລາຍບ້ານ ທີ່ພົບໄພນໍ້າຖ້ວມ ພາຍໃນເມືອງທຸລະຄົມ ເພື່ອຊ່ວຍເຫລືອບັນເທົາທຸກ ແລະ ທັງເປັນການສະແດງຄວາມເປັນຫ່ວງເປັນໄຍ ແລະ ມະນຸດສະທໍາເຊີ່ງກັນ ແລະ ກັນ.
ທ່ານ ແກ້ວສົມພອນ ຫັດທະຈັນ ຕາງຫນ້າແກດນສະຫວັນນໍ້າງື່ມຣິສອດ ໄດ້ກ່າວວ່າ: ການທີ່ແດນສະຫວັນນໍ້າງື່ມຣິສອດ ນໍາເອົານໍ້າດື່ມມາຊ່ວຍເຫລືອຄັ້ງນີ້ ແມ່ນເປັນການຊ່ວຍເຫລືອເບື້ອຕົ້ນ ແລະ ໃນຕໍ່ຫນ້າກໍ່ຍັງຈະສຶບຕໍ່ໃຫ້ການຊ່ວຍເຫລືອຂັ້ນຕໍ່ໄປ ທີ່ເຫັນວ່າມີຄວາມຈໍາເປັນ ແລະ ຂາດເຂີນ, ສໍາລັບມູນຄ່າ ນໍ້າດື່ມທີ່ນໍາມາມອບ ລວມທັງໝົດ ປະມານ 50 ລ້ານກີບ
Editor: ກຳປານາດ ລັດຖະເຮົ້າ