ທິດຜ່ານມານີ້, ຂະແໜງ ຫູ, ຕາ, ດັງ ຄໍ ໂຮງໝໍ ແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມໃຫ້ແກ່ຄູໂຮງຮຽນປະຖົມສົມບູນ 6 ເມືອງຂອງແຂວງ ຄື: ເມືອງໄຊຍະບູລີ, ເມືອງໄຊສະຖານ, ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ ແລະ ເມືອງຄອບ. ຢູ່ທີ່ຫ້ອງປະຊຸມ ຫ້ອງການສາທາລະນະສຸກ ເມືອງຫົງສາ, ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ ສົມຈິດ ວັນນະວົງ ຫົວໜ້າ ຂະແໜງ ຫູ, ຕາ, ດັງ ຄໍ ໂຮງໝໍ ແຂວງໄຊຍະບູລີ, ມີທ່ານ ຂັນທອງ ແສນໂສພາ ຮອງຫົວໜ້າຫ້ອງການ ສາທາລະນະສຸກ ເມືອງຫົງສາ ພ້ອມດ້ວຍຄູຝຶກຮັກສາສຸຂະພາບຕາຂັ້ນຕົ້ນຈາກເມືອງ ແລະ ສຳມະນາກອນເຂົ້າຮ່ວມ
ໃນຊຸດຝຶກອົບຮົມຄັ້ງນີ້, ສຳມະນາກອນແມ່ນໄດ້ຮັບຟັງພາລະບົດບາດໜ້າທີ ແລະ ຄວາມຮັບຜິດຊອບຂອງໂຄງການຮັກສາສຸຂະພາບຕາແຂວງໄຊຍະບູລີ ໃນການພັດທະນາພື້ນຖານໂຄງລ່າງສ້າງຄວາມເຂັ້ມແຂງທາງດ້ານວິຊາການ ຕາ ໃນການກວດ ແລະ ການບໍລິການຮັກສາສຸຂະພາບຕາ ໃຫ້ແກ່ ປະຊາຊົນເຂດຫ່າງໄກຊອກຫຼີກ ຈາກ ທ່ານ ຂັນທອງ ແສນໂສພາ.
ພ້ອມນີ້, ສໍຳມະນາກອນຍັງໄດ້ຮຽນຮູ້ການວັດແທກລະດັບສາຍຕາ, ການຮັກສາສຸຂະພາບຕາຂັ້ນຕົ້ນ, ການບັນທຶກຂໍ້ມູນ, ການສົ່ງຕໍ່, ການສຸຂະສຶກສາໃຫ້ປະຊາຊົນ ແລະ ນ້ອງນັກຮຽນຂອງຕົນຮັບຜິດຊອບໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ການປ້ອງກັນ ແລະ ການຮັກສາສຸຂະພາບຕາໄດ້ຖືກຕ້ອງຕາມຫຼັກການ. ຫລັງຈາກນັ້ນ, ສຳມະນາກອນ ກໍ່ໄດ້ປະຕິບັດຕົວຈິງ ໂດຍການຈັບຄູ່ວັດແທກລະດັບສາຍຕາ, ການບັນທຶກຂໍ້ມູນ ພ້ອມທັງສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ອີກຕື່ມ.
ທັງນີ້, ເພື່ອເປັນການເປີດກວ້າງການບໍລິການຮັກສາສຸຂະພາບຕາຢ່າງທົ່ວເຖິງ ເຊິ່ງເປັນຍຸດທະສາດໜຶ່ງທີ່ຈະຊ່ວຍຫຼຸດຈຳນວນຄົນເປັນພະຍາດຕາບອດໄດ້ ແລະ ເປັນພັນທະສ່ວນໜຶ່ງທີ່ມີຄວາມຈຳເປັນຈະຕ້ອງໄດ້ປະຕິບັດ ເພື່ອບັນລຸໃຫ້ໄດ້ມາດຖານອັນສູງສຸດຂອງການມີສຸຂະພາບທີ່ດີ, ເພື່ອໃຫ້ນ້ອງນັກຮຽນໄດ້ຮັບການວັດແທກສາຍຕາ ໂດຍເລັ່ງໃສ່ຄູໃນໂຮງຮຽນມີສ່ວນຮ່ວມໃນການແກ້ໄຂບັນຫາສາຍຕາບົກຜ່ອງ ແລະ ສົ່ງເສີມທາງດ້ານສາຍຕາຂອງນັກຮຽນ.
ຊຸດຝຶກອົບຮົມດັ່ງກ່າວນີ້, ແມ່ນໄດ້ດຳເນີນໄປເປັນເຄິ່ງວັນຈິ່ງສຳເລັດ ແລະ ໄດ້ຮັບທຶນສະໜັບສະໜູນໂດຍ: ມູນນິທິເຟຣດໂຮໂລ ຈາກປະເທດອົດສະຕາລີ.
Editor: ກຳປານາດ ລັດຖະເຮົ້າ