ກອງປະຊຸມ ອົງການປົກຄອງເມືອງຫົງສາ ປະຈໍາເດືອນ ກັນຍາ ໄດ້ໄຂຂື້ນ ໃນວັນທີ 7 ກັນຍາ 2018ຜ່ານມານີ້, ຢູ່ທີສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານ ຂອງ ທ່ານ ຄໍາເພັດ ພົມມະລາດ ເລຂາພັກເມືອງ ເຈົ້າເມືອງໆຫົງສາ ມີຄະນະປະຈໍາພັກເມືອງ ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ,ນາຍບ້ານ ພາຍໃນເມືອງເຂົ້າຮ່ວມ ທັງໝົດ 160 ກວ່າທ່ານ.
ໃນກອງປະຊຸມ ທ່ານ ພອນສະຫັວນ ໄຊສົມພັນ ຮອງເລາຂາພັກເມືອງ ຮອງເຈົ້າເມືອງໆຫົງສາ ໄດ້ຂື້ນ ຜ່ານບົດສະຫຼຸບ ລາຍງານການຈັດຕັ້ງ ປະຕິບັດວຍກງານ 6 ເດືອນຕົ້ນປີ 2018 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018, ຍົກໃຫ້ເຫັນເຖີງ ດ້ານດີ - ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດໄດ້, ໃນໄລຍະຜ່ານມາ ອົງການປົກຄອງເມືອງຫົງສາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໂດຍນໍາເອົາບັນດາມະຕິ,ຄໍາສັ່ງ, ຂໍ້ກໍານົດ ແລະ ນິຕິກໍາອື່ນໆ ຂອງພັກ - ລັດ, ຈັດຕັ້ງປາຖະກາຖາວັນສໍາຄັນຕ່າງໆ ໃຫ້ແກ່ສະມາຊິກພັກ,ພະນັກງານ - ລັດຖະກອນ,ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ,ໃນໄລຍະ 6 ເດືອນຜ່ານມາ ເສດຖະກິດເມືອງຫົງສາ ມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 11,3%, ເກັບລາຍຮັບເຂົ້າຫງົບ ປະມານໄດ້ 9,14 ຕື້ກິບ ,ເທົ່າກັບ 73,51% ຂອງແຜນການປີ,ເທົ່າກັບ 146,94% ຂອງແຜນການ 6 ເດືອນຕົ້ນປີ (ມາຮອດປະຈຸບັນໄດ້ 11,8 ຕື້ກິບ ເທົ່າກັບ 95,6% ຂອງແຜນການປີ), ລາຍຈ່າຍປະຕິບັດໄດ້ 6,44 ຕື້ກິບ ເທົ່າກັບ 46,35 % ຂອງແຜນການປີ, ເທົ່າກັບ 92,72% ຂອງແຜນການ 6 ເດືອນທ້ານປີ,(ມາຮອດປະຈຸບັນປະຕິບັດລາຍຈ່າຍແລ້ວ 9,10 ຕື້ກິບ ເທົ່າກັບ 65,50% ຂອງແຜນການປີ, ພ້ອມນັ້ນຜູ່ເຂົ້າຮວ່ມກໍ່ໄດ້ຮັບຟັງ ຜ່ານບົດ ປະເມີນ ການຈັດຕັ້ງປະຕິບັດວຽກງານງພັກ - ພະນັກງານທົ່ວເມືອງ, ວຽກງານການບໍລິຫານອົງການປົກຄອງບ້ານໃນ 6 ເດືອນໃນຕົ້ນປີ ແລະ ທິດທາງແຜນການ 6 ເດືອນຕົ້ນປີ 2018, ລາຍງານການເຮັດບຸນປະເພນີຂອງບັນດາເຜົ່າ, ບັນດາບ້ານ ແລະ ງານບຸນລວມຂອງເມືອງ, ຮັບຟັງການມີຄໍາເຫັນເຈາະຈີ້ມຈາກທ່ານປະທານ ແລະ ຮັບຟັງການປະກອບຄໍາຄິດຄໍາເຫັນ ຈາກຜູ່ເຂົ້າຮ່ວມ, ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໃນຕໍ່ໜ້າໃຫ້ດີຂື້ນເທື່ອລະກ້າວ.
ໃນຕອນທ້າຍກອງປະຊຸມ ທ່ານ ຄໍາເພັດ ພົມມະລາດ ເລຂາພັກເມືອງ ເຈົ້າເມືອງໆຫົງສາ ກໍ່ໄດ້ໃຫກຽດໂອລົມ ແລະ ໃຫ້ທິດຊີ້ນໍາ ຈົ່ງພອ້ມກັນເອົາໃຈໃສ່ນໍາເອົາເນື້ອໃນກອງປະຊຸມຄັ້ງນີ້ນໍາໄປຈັດຕັ້ງ ແລະ ຝັນຂະຫຍາຍໃຫ້ປະກົດຜົນເປັນຈິງຢູ່ໃນຂອບເຂດ ຄວາມຮັບພິຊອບຂອງຕົນຕື່ມອີກ.
Editor: ກຳປານາດ ລັດຖະເຮົ້າ