ໃນວັນທີ 11 ກັນຍາ 2018 ນີ້, ຄະນະພະສົງຈາກສູນກາງ ອົງການພຸດທະສາສະຫນາ, ກໍາມະທິການ ສາທາຣະນູປະການ ພ້ອມດ້ວຍສູນກາງແນວລາວສ້າງຊາດ, ແລະ ຊາວພຸດລາວຈາກ ຈາກປະເທດ ອົດສະຕາລີ ເຊີ່ງນຳໂດຍ: ຍາທ່ານ ທອງສະຫວັນ ຈັນທາທິລາດ ເຈົ້າອາວາດວັດພະຍອດແກ້ວ, ພ້ອມນີ້ຍັງມີພຣະສົງ, ສາມະເນນ ພ້ອມດ້ວຍ ຍາດໂຍມ ຊາວນະຄອນຫຼວງວຽງຈັນ ລົງຢຽ້ມຢາມພໍ່ແມ່ປະຊາຊົນ ທີ່ປະສົບໄພນ້ຳຖວ້ມ ພ້ອມທັງມອບເຄື່ອງຊ່ວຍເຫລືອ ເຄື່ອງອຸປະໂພກ ແລະ ບໍລິໂພກ, ສໍາລັບບ້ານທີ່ລົງໄປມອບເຄື່ອງຄັ້ງນີ້ ມີ: ບ້ານຕານປຽ່ວ, ບ້ານຫາດສວນ, ບ້ານຈຸ້ມ ເມືອງທຸລະຄົມ, ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ