ເມື່ອບໍ່ດົນມານີ້, ສະພາປະຊາຊົນແຂວງ ເຊກອງ ໄດ້ລົງເຄື່ອນໄຫວຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ແລະ ສະພາປະຊາຊົນແຂວງ ເຊກອງ ຊຸດທີ 1 ຢູ່ 6 ບ້ານຂອງເມືອງ ທ່າແຕງ, ການລົງຜັນຂະຫຍາຍມະຕິຄັ້ງນີ້ ໄດ້ແບ່ງອອກເປັນ 2 ທີມ, ເຊິ່ງທີມ ທີ 1 ນໍາໂດຍ ທ່ານ ພົນຈັດຕະວາ ສົມທອງ ດອນກັນນ້ອຍ ຄະນະປະຈໍາພັກແຂວງ ຫົົວໜ້າກອງບັນຊາການທະຫານແຂວງ ສະມະຊິກສະພາປະຊາຊົນ ແຂວງເຊກອງ ຜັນຂະຫຍາຍຢູ່ ບ້ານ ທ່າແຕງເໜືອ,ທ່າແຕງໄຕ້,ຫົວເຊໂດນ ແລະ ທີມທີ 2 ນໍາໂດຍ ທ່ານ ນີສອນ ວືອິນຢາວ ຮອງປະທານສະພາປະຊາຊົນແຂວງ ເຊກອງ ຜັນຂະຫຍາຍຢູ່ບ້ານ ຈະຫຼາມໄໝ,ບ້ານ ແສນ ແລະ ບ້ານປະແຫຼງໃຕ້, ເຊິ່ງມີການນໍາເມືອງ ທ່າແຕງ,ຫົວໜ້າເຂດຈຸດສຸ່ມພັດທະນາ ພ້ອມປະຊາຊົນນັບແຕ່ອາຍຸ 18 ປີ ຂື້ນໄປເຂົ້າຮ່ວມຮັບຟັງ.
ສໍາລັບເອກະສານທີ່ນໍາມາຜັນຂະຫຍາຍເຊື່ອມຊຶມຄັ້ງນີ້ ປະກອບມີເອກະສານສໍາຄັນເຊັ່ນ: ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາ 4 ເດືອນຜ່ານມາ,ແຜນຄາດຄະເນ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ ຂອງລັດຖະບານ,ມະຕິວ່າດ້ວຍການສ້າງ ແລະ ປັບປຸງກົດໝາຍ,ແຜນແມ່ບົດການຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ແລະ ມະຕິຕ່າງໆ ຂອງສະພາປະຊາຊົນໄດ້ຮັບຮອງໃນເທື່ອທີ 5. ເພື່ອໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກພ້ອມປະຊາຊົນໄດ້ຮັບຮູ້ ແລະ ນໍາໄປຜັນຂະຫຍາຍໃຫ້ສອດຄ່ອງ ກັບຄວາມຮັບຜິດຊອບຂອງບ້ານ ກໍຄືໜ້າວຽກຕົວຈິງ ຂອງປະຊາຊົນ,ເຮັດໃຫ້ເປົ້າໝາຍຂອງລັດຖະບານວາງໄວ້ໃຫ້ປະກົດຜົນເປັນຈິງ. ໃນນີ້ ໄດ້ເລັງໃສ່ທິດທາງຈຸດສຸມ 6 ເດືອນທ້າຍປີ 2018 ດ້ວຍການເອົາໃຈໃສ່ຄຸ້ມຄອງບໍລິຫານລັດ ດ້ວຍກົດໝາຍ,ດ້ວຍຄວາມເຫັນດີເປັນເອກະພາບກັນ ຮັບຮອງເອົານະໂຍບາຍ,ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ ຢ່າງສອດຄ່ອງ ໂດຍກໍານົດມາດຕະການ ແລະ ກົນໄກຊໍາລະໃຫ້ແກ່ໂຄງການລົງທຶນຂອງລັດ ມູນຄ່າ 20 ຕື້ກີບລົງມາ,ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ, ເພື່ອເປັນບ່ອນອີງໃນການສົ່ງເສີມການລົງທຶນຕ່າງໆ,ເອົາໃຈໃສ່ປະຕິບັດນະໂຍບາຍເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະ ຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ,ຊຸກຍູ້ການຜະລິດກະສິກໍາປອດສານພິດ, ຈັດຕັ້ງ ແລະ ປະເມີນຄາດໝາຍ ແຕ່ລະຂະແໜ່ງການ ເພື່ອມີມາດຕະການແກ້ໄຂ. ເຖິງແນວໃດກໍ່ດີປະຊາຊົນຍັງໄດ້ສະເໜີຕໍ່ຄະນະນໍາຂັ້ນແຂວງ, ຂັ້ນເມືອງ ຊ່ວຍປັບປຸງລະບົບຊົນລະປະທານ, ເສັ້ນທາງ, ໄຟຟ້າ, ສ້າງແລະ ສ້ອມແປງສະໂມສອນບ້ານ,ອາຄານຮຽນ, ເງິນອຸດໜູນຕ່າງໆ ລວມໄປເຖິງການຊອກວຽກເຮັດງານທໍາໃຫ້ກັບປະຊາຊົນ ໂດຍຕໍ່ຄໍາສະເໜີດັ່ງກ່າວ ບັນດາພະແນກການ, ຂະແໜ່ງການກ່ຽວຂ້ອງ ພ້ອມກັນອະທິບາຍຊີ້ແຈງ ແລະ ຮັບເອົາຄໍາສະເໜີຈາກປະຊາຊົນ ນໍາໄປສະເໜີຂັ້ນເທິງພິຈາລະນາແກ້ໄຂໃນຕໍ່ໜ້າ ເພື່ອເລັ່ງໃສ່ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເປັນກ້າວໆ.
Editor: ກຳປານາດ ລັດຖະເຮົ້າ