ໃນວັນທີ 10 ເດືອນ ກັນຍາ 2018. ກົມຕຳຫຼວດຈາລະຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ແຈ້ງການໃຫ້ນັກຂັບຂີ່ ທີ່ມີປ້າຍລົດຕົກເຮ່ຍ ເຂດບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະບ່ອນອື່ນໆ ແມ່ນມາໃຫ້ພົວພັນເອົາປ້າຍ; ເພາະປັດຈຸບັນ ເຈົ້າໜ້າທີ່ ໄດ້ເກັບປ້າຍທັງໝົດ ໄດ້ 20 ປ້າຍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ແຕ່ວັນທີ່ 7-9 ກັນຍາ ປີ 2018 ນີ້ແມ່ນ ແຄ້ມອາສາສະໜັກໄປດ້ວຍໃຈໃຫ້ດ້ວຍຮັກ ໄດ້ເກັບໄວ້ທັງໝົດ 20 ປ້າຍ. ໃນນັ້ນມີ ປ້າຍ ທຸລະກິດ 100% ມີຈຳນວນ 8 ປ້າຍ, ປ້າຍ ລົດໄທ 1 ປ້າຍ ແລະ ປ້າຍເອກະຊົນລາວ 12 ປ້າຍ, ຖ້າແມ່ນປ້າຍລົດບຸກຄົນໃດແມ່ນໃຫ້ມາພົວພັນ ໂດຍຖືເອກະສານທະບຽນລົດ ແລະ ບັດປະຈຳຕົວ.
ຖ້າບຸກຄົນໃດຫາກພົບປ້າຍຕົກເຮ່ຍຢູ່ຂົງເຂດໃດແມ່ນໃຫ້ແຈ້ງ ແລະ ມອບປ້າຍຕົກເຮ່ຍໃຫ້ອຳນາດການປົກຄອງບ້ານ ຢູ່ໃນເຂດນັ້ນ ເພື່ອໃຫ້ອຳນາດການປົກຄອງບ້ານສົ່ງໃຫ້ພາກສ່ວນເຈົ້າໜ້າທີທີ່ກ່ຽວຂ້ອງໂດຍສະເພາະແມ່ນກົມຕຳຫຼວດຈະລະຈອນ, ພະແນກຈະລະຈອນແຂວງ, ເມືອງໃນຂອບເຂດທົ່ວປະເທດເພື່ອທຳການກວດກາຖານຂໍ້ມູນຕົວຈິງແລ້ວສົ່ງປ້າຍຄືນໃຫ້ເຈົ້າຂອງ.
ສະນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ແຈ້ງໃຫ້ພະນັກງານ, ທະຫານ, ຕຳຫຼວດ,ພໍ່ແມ່ປະຊາຊົນນັກທຸລະກິດພໍ່ຄ້າຊາວຂາຍໃນຂອບເຂດທົ່ວປະເທດໂດຍສະເພາະເຂດທີ່ມີໄພນ້ຳຖ້ວມຖ້ານັກຂັບຂີ່ເຮັດປ້າຍລົດຕົນເອງເສຍແມ່ນໃຫ້ຮີບຮ້ອນແຈ້ງເສຍຫາຍນຳອຳນາດການປົກຄອງບ້ານ ແລະ ແຈ້ງນຳເຈົ້າໜ້າທີທີ່ກ່ຽວຂ້ອງເຊັ່ນ: ກົມຕຳຫຼວດຈາລະຈອນ,ພະແນກຈະລະຈອນແຂວງ,ເມືອງໃນຂອບເຂດທົ່ວປະເທດເພື່ອສະກັດກັ້ນຕໍ່ຄົນບໍ່ດີຈຳນວນໜຶ່ງທີ່ຈະເອົາປ້າຍທີ່ຕົກເຮ່ຍເພື່ອເຄື່ອນໄຫວກໍ່ອາດຊະຍາກຳ ແລະ ກໍ່ເຫດທີ່ຜິດກົດໝາຍ.
ສໍາລັບປ້າຍທີ່ຕົກເຮ່ຍໃຫ້ພົວພັນໄດ້ທີ່ ໂທ: 020 22001913
Editor: ກຳປານາດ ລັດຖະເຮົ້າ