ງານສະເຫລີມສະຫລອງ ຄົບຮອບ 1 ປີ ຂອງຄອບຄົວແອມວິດ ຍູນີເທດ ໄດ້ຈັດຂື້ນ CDC ຄຣິສຕັນ ດີໄຊ ເຊັນເຕີ້, ກຸງເທບ ປະເທດໄທ. ໃນແລງວັນທີ 7 ກັນຍາ 2018 ທີ່ຜ່ານມາ, ເຊີ່ງພາຍໃນງານ ມີບັນດາແຂກວີໄອພີ ແລະ ບັນດາສາມາຊິກ ທີ່ເປັນຄອບຄົວແອມວິດ ເຂົ້າຮ່ວມ ເກືອບ 500 ທ່ານ.
ການສະເຫລີມສະຫລອງ ຄົບຮອບ 1 ປີ ຂອງແອມວິດຍູນີເທດ ເປັນການສະແດງເຖິງຄວາມເຕີບໃຫຍ່ຂະຫຍາຍຕົວ ທາງດ້ານທຸລະກິດ, ການຕະຫລາດ ທາງດ້ານການຂາຍ ຂອງຜະລິດຕະພັນອາຫານເສີມ ຟາຍໂຕເອັສຊີ ແລະ ຜະລິດຕະພັນໂຊຈັງ. ເຊີ່ງເປັນຜະລິດຕະພັນທີ່ມີຄຸນນະພາບ ໃນການເບີ່ງແຍງດູແລສຸຂະພາບຂອງຄົນທີ່ທ່ານຮັກ. ໃນງານສະເຫລີມສະຫລອງ ຈັດຂື້ນຍ່າງຍີ່ງໃຫຍ່ສວຍງາມ ເປີດສາກດ້ວຍການສະແດງໂຊ ທີ່ຫນ້າຕື່ນຕາ ແລະ ຫນ້າສົນໃຈ.
ໃນພິທີ ທ່ານ ທິວີໄຊ ນໍາທັບຈະເລີນ ປະທານກໍາມະການ ບໍລິສັດ ແອມວິດ ຍູນິເທດ ຈໍາກັດ ປະເທດ ໄດ້ຂື້ນກ່າວເປີດງານ ພ້ອມທັງນໍາສະເຫນີແນວທາງນະໂຍບາຍ ແລະ ເຄັດລັບໃນການດໍາເນີນທຸລະກິດ ຊອງແອມວິດ ຍູນີເທດ. ເຊີ່ງທ່ານໄດ້ສະແດງຄວາມຕ້ອນຮັບແກ່ສະມາຊິກທຸກທ່ານ ທີ່ເປັນສະມາຊິກຂອງຄອບຄົວແອມວີດ ທີ່ມຸ້ງຫນັ້ນໃນການພັດທະນາຕົນເອງ ຈົນໄດ້ຮັບຜົນສໍາເລັດໄປອີກບາດກ້າວຫນື່ງ. ແອມວິດ ໄດ້ເປັນຕົວແທນ ໃນການນໍາສະເຫນີຜະລິດຕະພັນອາຫານເສີມ ທີ່ດີຕໍ່ສຸຂະພາບ ເຊັ່ນ: ຜະລິດຕະພັນຟາຍໂຕ ເອັສຊີ ສານສະກັດຈາກຫມາກໄມ້ລວມ ແລະ ຜະລິດຕະພັນໂຊຈັງເຊີ່ງເປັນຜະລິດຕະພັບແບບແຄບຊູນ ມີສ່ວນປະສົມຂອງນໍ້າມັນສົນເຂັມແດງ ເຊີ່ງເປັນເຈົ້າດຽວໃນການໄດ້ຮັບລິຂະສິດນໍາເຂົ້າ ແລະ ຈໍາຫນາຍພຽງຜູ້ດຽວ. ທ່ານ ປະທານກໍາມະການ ກ່າວຕື່ມວ່າ: ແອມວິດ ຍູນີເທດ ຍັງໄດ້ໃຫ້ໂອກາດແກ່ຜູ້ທີ່ຕ້ອງການຍາກມີລາຍຮັບ, ຍາກພັດທະນາຕົນເອງ ແລະ ແບ່ງປັນຄວາມສຸກແກ່ຜູ້ອື່ນ ໂດຍມອບຜະລິດຕະພັນອາຫານເສີມທີ່ດີຕໍ່ສຸຂະພາບ. ນອກຈາກນັ້ນ ພາຍໃນງານ ແອມວິດ ຍັງໄດ້ມອບທຶນສະຫນັບສະຫນູນ ທີມແບດທິນຕັນ ເຍົາວະຊົນ ຂອງໄທ ເປັນຈໍານວນເງິນ 1 ລ້ານບາດ ຫລື 250 ລ້ານກວ່າກີບ. ເຊີ່ງເປັນທີມທີ່ສ້າງຊື່ສຽງແກ່ປະເທດ ໃນຫລາຍຫລາຍສະຫນາມ.
ພິເສດໃນງານສະເຫລີມສະຫລອງ ຄົບຮອບ 1 ປີ ຄອບຄົວແອມວິດ ຍັງໄດ້ຮັບເຊິນເອົາ ແບຣນອາມາສເດີ ຜະລິດຕະພັນຟາຍໂຕເອັສຊີ ທ່ານນາງ ປູມ ປະນັດດາ ວົງຜູ້ດີ ແລະ ແບຣນອາມາສເດີ ຜະລິດຕະພັນໂຊຈັງ ທ່ານນາງ ກົບ ສຸວະນັນ ພ້ອມດ້ວຍສາມີ ເຊີ່ງແບຣນອາມາສເດີ ທັງ 2 ຜະລິດຕະພັນນີ້ ໄດ້ສ້າງຄວາມເຊື່ອຫມັ້ນແກ່ລູກຄ້າ ແລະ ສາມາຊິກຂອງຄອບຄົວແອມວິດ ຍູນີເທດ. ນອກຈາກນີ້, ພາຍໃນງານຍັງມີການຖ່າຍຮູບລວມ ພ້ອມຈັດສໍາພາດພິເສດ ເປີດໃຈ ກ່ຽວກັບການໄດ້ທົດລອງ ຜະລິດຕະພັນ ຂອງແບຣນອາມາສເດີ ເທີງເວທີ. ແບຣນອາມາສເດີ ທັງ 2 ຜະລິດຕະພັນ ລ້ວນແຕ່ເປັນຜູ້ທີ່ສັງຄົມໄທ ແລະ ເພື່ອນບ້ານ ຮູ້ຈັກກັນດີ ເປັນພະລັງ ແລະ ແຮງຊຸກຍູ້ ເຮັດໃຫ້ຄອບຄົວແອມວິດ ຍູນິເທດ ໄດ້ຮັບຄວາມໄວວາງໃຈ ເຊື່ອຫມັ້ນຕໍ່ຜະລິດຕະພັນ ເປັນແຮງບັນດາໃຈ ໃນການພ້ອມພັດທະນາຕົນເອງ ແລະ ໃຫ້ໂອກາດແກ່ທຸກຄົນ. ທັງສຸຂະພາບທີ່ດີ ແລະ ລາຍຮັບທີ່ດີ. ງານສະເຫລີມສະຫລອງ ຄົບຮອບ 1 ປີ ແອມວິດ ຍູນີເທດ ບັນດາແຂກວີໄອພີ ແລະ ຄະນະຜູ້ບໍລິຫານ ຍັງໄດ້ພ້ອມກັນປາດເຄັກ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ