ພິທີປາຖະກາຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ຄື 20 ກໍລະກົດ 1955 ຫາ 20 ກໍລະກົດ 2018 ຈັດຂື້ນໃນວັນທີ 19 ກໍລະກົດ 2018 ນີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງໂພນໂຮງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງໄຊ ສູນທະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີທ່ານ ນາງ ສຸກສະຫວັນ ພະຈອມພົນ ຮອງປະທານສະຫະພັນແມ່ຍິງ ແຂວງວຽງຈັນ, ມີບັນດາກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ຄະນະບໍລິຫານສະຫະພັນແມ່ຍິງຂັ້ນເມືອງ, ຂັ້ນບ້ານ, ໜ່ວຍອ້ອມຂ້າງ ແລະ ເອື້ອຍນ້ອງແມ່ຍິງພາຍໃນເມືອງເຂົ້າຮ່ວມ.
ທີ່ປະຊຸມທ່ານ ນາງ ລຳເງິນ ພັນທະວົງ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງໂພນໂຮງ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງໃນໄລຍະ 1 ປີ ຜ່ານມາ ແລະ ຜ່ານທິດທາງແຜນການໃນຕໍ່ໜ້າໃຫ້ ຮູ້ວ່າ: ໄລຍະຜ່ານມາຄະນະສະຫະພັນແມ່ຍິງຂັ້ນຕ່າງໆໄດ້ເອົາໃຈໃສ່ປະຕິບັດຕາມແຜນການທີ່ວາງໄວ້ ພ້ອມທັງສ້າງໄດ້ຜົນງານດ້ານຕ່າງໆເປັນຕົ້ນ ຄະນະທຸກຂັ້ນເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ບຳລຸງສິດໜ້າທີ, ແບບແຜນວິທີເຮັດວຽກ ແລະ ເຜີຍແຜ່ກົດໝາຍຕ່າງໆ ເປັນຕົ້ນ ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ລະບຽບການອື່ນໆໃຫ້ສະມາຊິກພາຍໜ່ວຍ ເຮັດໃຫ້ເອື້ອຍນ້ອງແມ່ຍິງມີຄວາມຮັບຮູ້ເຂົ້າໃຈຕໍ່ສິດ, ໜ້າທີ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານທີ່ຕົນເອງຮັບຜິດຊອບດ້ວຍຄວາມຫ້າວຫັນ ເປັນຕົ້ນເອົາໃຈໃສ່ ຊຸກຍູ້ສົ່ງເສີມ ພັດທະນາແມ່ຍິງໃຫ້ມີທ່າກ້າວດີຂື້ນ, ປະຕິບັດວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ປະຕິບັດຂໍ້ແຂ່ງຂັນ 3 ດີ ຢ່າງເປັນຂະບວນກວ້າງຂວາງ ປະຈຸບັນ ທົ່ວເມືອງໄດ້ຮັບຮອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 1 ໄດ້ 56 ບ້ານ, ປະກາດໜ່ວຍໄດ້ 32 ໜ່ວຍ, ຄັ້ງທີ II ໄດ້ 12 ບ້ານ ແລະ 16 ໜ່ວຍ.
ໃຫ້ກຽດຂື້ນປາຖະກາຖາ ໂດຍ ທ່ານ ນາງ ສຸກສະຫວັນ ພະຈອມພົນ ຮອງປະທານສະຫະພັນແມ່ຍິງ
ແຂວງວຽງຈັນ ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ, ຍົກໃຫ້ເຫັນຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງ ເອື້ອຍນ້ອງແມ່ຍິງລາວ ເປັນຕົ້ນການປະກອບສ່ວນຂອງແມ່ຍິງລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນໄລຍະ ປີ 1955 – 1975 ແລະ ການປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ປີ 1975 – 2017 ແລະ ຜົນງານອື່ນໆ.
ໂອກາດດັ່ງກ່າວນີ້ ທ່ານ ທອງໄຊ ສູນທະວົງ ປະທານແນວລາວສ້າງຊາດເມືອງໂພນໂຮງ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານໜາກຜົນການປະຕິບັດວຽກງານ ທີ່ເອື້ອຍນ້ອງສ້າງໄດ້ ແລະ ຮຽກຮ້ອງໃຫ້ຄະນະສະຫະພັນແມ່ຍິງທຸກຂັ້ນ, ເອື້ອຍນ້ອງແມ່ຍິງທຸກຂົງເຂດວຽກງານຈົ່ງເປັນເຈົ້າການປະຕິບັດແຜນການທີ່ວາງອອກໃຫ້ບັນລຸ ຮັກສາໄດ້ຄວາມສາມັກຄີປອງດອງ ຊຸກຍູ້ສົ່ງເສີມ ພັດທະນາວຽກງານແມ່ຍິງໃຫ້ດີຂື້ນ.
Editor: ນັກຂ່າວເມືອງໂພນໂຮງ