ວັນທີ 16 ກໍລະກົດ 2018 ນີ້ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ປິດຊຸດຝຶກອົບຮົມ ວຽກງານສຳຫຼວດວັດແທກ-ການຂື້ນທະບຽນອອກໃບຕາດິນ ແລະ ມອບ - ຮັບ ໃບຕາດິນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມີທ່ານ ອຸ່ນແສງ ແກ້ວດາວັນ ຄະນະປະຈຳພັກແຂວງວຽງຈັນ ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ຜູ້ຊີ້ນຳເມືອງຊະນະຄາມ ມີຄະນະນຳຂັ້ນກົມ ຂັ້ນແຂວງຂັ້ນເມືອງ ນັກຝຶກອົບຮົມ ທັງ 8 ໂຕເມືອງຂອງແຂວງວຽງຈັນ ແລະ ພໍ່ແມ່ປະຊາຊົນ ກໍ່ເປັນກຽດເຂົ້້າຮ່ວມ.
ໃນພິທີດັ່ງກ່າວທ່ານ ແກ້ວ ພິມມະວົງ ຮອງເຈົ້າເມືອງ ເມືອງຊະນະຄາມ ໄດ້ລາຍງານເຖິງສະພາບການຈັດຕັ້ງປະຕິບັດການຝຶກອົບຮົມ ວຽກງານການສຳຫຼວດວັດແທກ ຂື້ນທະບຽນອອກໃບຕາດິນ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ໂດຍໄດ້ກຳນົດເວລາ 6 ເດືອນ ແລະ ໄດ້ກຳນົດເປັນ 3 ໄລຍະ ຄື: ໄລຍະການຝຶກອົບຮົມ,ໄລຍະການຊຸກຍູ້ຕິດຕາມ ແລະ ໄລຍະການຖອດຖອນບົດຮຽນ, ໂດຍໄດ້ກຳນົດເອົາບ້ານເປົ້າໝາຍ 4 ບ້ານຄື: ບ້ານປາກພາງ, ບ້ານດົງຂ່າ, ບ້ານ ໂນນສະຫວັນ, ບ້ານ ນໍ້າກວນ ສະເພາະນັກຝຶກອົບຮົມທີ່ມາເຂົ້າຮ່ວມໃນຄັ້ງນີ້ ມີວິຊາການຈາກກົມທີດິນ ເຂົ້າຮ່ວມ 8 ທ່ານ, ວິຊາການຈາກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງວຽງຈັນ 3 ທ່ານ, ວິຊາການ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທັງ 8 ໂຕເມືອງ 21 ທ່ານ, ຈາກເມືອງຊະນະຄາມ 13 ທ່ານ ລວມທັງໜົດທີ 45 ທ່ານ.
ຈຸດປະສົງ ຂອງການຝຶກອົບຮົມ ວຽກງານ ສຳຫຼວດວັດແທກ-ການຂື້ນທະບຽນອອກໃບຕາດິນໃນຄັ້ງນີ້ ກໍ່ເພື່ອ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານວິຊາການຂັ້ນທ້ອງຖິ່ນ ໃນການນຳໃຊ້ເຕັກນິກ ສຳຫຼວດ ວັດແທກຂື້ນທະບຽນ ອອກໃບຕາດິນ ໃຫ້ມີປະສິດທິພາບສູງສຸດ ເພື່ອເກັບກຳຂໍ້ມູນທີ່ດິນທຸກຕອນ ໃຫ້ເຂົ້າສູ່ລະບົບ ຖານຄຸ້ມຄອງຂໍ້ມູນທີ່ດິນ ໃນຂອບເຂດທົ່ວເມືອງຊະນະຄາມ ໃຫ້ມີລັກຊະນະລວມສູນ ແລະ ຍືນຍົງ ໃຫ້ຖືກຕ້ອງຕາມຮູບແບບແຜນຍຸດທະສາດ ຂອງກົມທີ່ດິນ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ທີ່ວາງອອກ.
ນອກຈາກນີ້ ໃນພິທີດັ່ງກ່າວ ຍັງໄດ້ ມອບ - ໃບຕາດິນໃຫ້ປະຊາຊົນ ບ້ານປາກພາງ ຈໍານວນ 113 ໃບ ແລະ ປະຊາຊົນບ້ານ ສິພູມ ຈຳນວນ 23 ໃບ ໂດຍການເປັນສັກຂີພິຍານຈາກການນໍາຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຍັງຈະສືບຕໍ່ອອກໃບຕາດິນໃຫ້ປະຊາຊົນທີ່ຍັງບໍ່ທັນສຳເລັດໃນຂັ້ນຕໍ່ໄປ.
Editor: ເມືອງຊະນຄາມ