ໃນວາລະດຳເນີນກອງປະຊຸມ ເຜີຍແຜ່ແນະນໍາ ການຜັນຂະຫຍາຍຈັດຕັ້ງປະຕິບັດດຳ ລັດເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນລະຫວ່າງວັນທີ 16-17 ກໍລະກົດ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຂຶ້ນມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ກໍຄື ຂະແໜງກະສິກຳ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ ສືບຕໍ່ສຸມໃສ່ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ຮັບການພັດທະນາ ແລະ ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ແນໃສ່ປະກອບສ່ວນເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ກະຊວງກະສິກຳ ແລະ ປ່າໄມ້ ກໍຄື ຂະແໜງກະສິກຳ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ ຍາດມາໄດ້ ຕະຫລອດໄລຍະຜ່ານມາ ໂດຍສະເພາະ ວຽກງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ເຊິ່ງໃນຊຸມປີຜ່ານມາ ໄດ້ເຮັດໃຫ້ຊົນນະບົດມີການປ່ຽນແປງຢ່າງຕັ້ງໜ້າຫລາຍປະການ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຮັດໃຫ້ຊົນນະບົດມີໃບໜ້າໃໝ່, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈ ຂອງຊາວຊົນນະບົດໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.
ໃນໂອກາດດຽວກັນ, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ຂຶ້ນມີຄຳເຫັນ, ໂດຍຊີ້ໃຫ້ເຫັນວ່າ: ໃນໄລຍະຜ່ານມາ ພວກເຮົາໄດ້ມີຜົນສຳເລັດໃນການຜັນຂະຫຍາຍວຽກງານ 3 ສ້າງ ອອກຢ່າງກວ້າງຂວາງໃນທົ່ວປະເທດ ເຮັດໃຫ້ລະບົບການເມືອງຢູ່ທ້ອງຖິ່ນຮາກຖານ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງໜັກແໜ້ນ ຂຶ້ນເທື່ອລະກ້າວ, ເປັນພື້ນຖານໃຫ້ແກ່ການສູ້ຊົນບັນລຸຄາດໜາຍດ້ານການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກທີ່ວາງອອກ, ໄດ້ເຮັດໃຫ້ຄອບຄົວທຸກຍາກຫລຸດລົງຕື່ມອີກ ຈຳນວນ 12.011 ຄອບຄົວ,ປັດຈຸບັນ ຍັງມີຄອບຄົວທຸກຍາກ ຈຳນວນ 64.593 ຄອບຄົວ, ບ້ານທຸກຍາກຫລຸດລົງຕື່ມອີກ 200 ບ້ານ,ປັດຈຸບັນ ບ້ານທຸກຍາກ ມີ 1.536 ບ້ານ. ໃນໄລຍະເຄິ່ງສະໄໝມານີ້ ໄດ້ມີບ້ານພັດທະນາເພີ່ມຂຶ້ນ ຈຳນວນ 561 ບ້ານ, ປັດຈຸບັນ ທົ່ວປະເທດ ມີບ້ານພັດທະນາ ຈຳນວນ 4.138 ບ້ານ ແລະ ມີບ້ານໃຫຍ່ ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດ ເພີ່ມຂຶ້ນ ຈາກ 45 ບ້ານ ເປັນ 56 ບ້ານ.
Editor: ຂ່າວສານປະເທດລາວ