ກອງປະຊຸມປຶກສາຫາລືສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຂອງຫ້ອງການສາທາລະນະສຸກເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງອາດສະພັງທອງ, ມີກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານໃນທົ່ວເມືອງ, ຫົວໜ້າສຸກສາລາໃນ 8 ກຸ່ມບ້ານເຂົ້າຮ່ວມ.
ໃນພິທີທ່ານ ສີນາວ ດາວແສງໃສ ຫົວໜ້າໜ່ວຍງານໄຂ້ຍຸງປະຈໍາຫ້ອງການສາທາລະນະສຸກເມືອງ ອາດສະພັງທອງ ກໍ່ໄດ້ລາຍງານກ່ຽວກັບສະພາບໄຂ້ຍຸ້ງລາຍ ແລະ ການຄວບຄຸມ ໂດຍທ່ານໄດ້ເວົ້າເຖິງຄວາມຮັບຮູ້ພື້ນຖານກ່ຽວກັບໄຂ້ຍຸງລາຍ, ຂໍ້ມູນສະພາບໄຂ້ຍຸງລາຍໃນໂລກພາກພື້ນ ແລະ ຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກໍ່ຄື ຢູ່ເມືອງ ອາດສະພັງທອງ ໃນການຄວາບຄຸມໄຂ້ຍຸງລາຍ ປີ 2017, ບົດຮຽນດ້ານດີດ້ານອ່ອນ, ແຜນຍຸດທະສາດປີ 2018 ແລະ ການສະໜັບສະໜູນຈາກພາກສ່ວນຕ່າງໆ ແລະ ທ່ານຍັງໄດ້ເວົ້າເຖິງໄຂ້ຍຸງລາຍເປັນພະຍາດຊຶມເຊື້ອໄວຣັດສົ່ງເຊື້ອໂດຍຍຸງລາຍ, ອາການເລີ່ມຕົ້ນເໝືອນໄຂ້ຫວັດ ສາມາດໄປສູ່ອາການໄຂ້ສົນ ແລະ ເສຍຊີວິດໄດ້, ການລະບາດແມ່ນເພີ່ມຂຶ້ນໄວ ຄາດຄະເນການລະບາດລ່ວງໜ້າຍັງບໍ່ຊັດເຈນ, ບໍ່ມີຢາປົວ ສະເພາະການປິ່ນປົວໄວ ຈະຊ່ວຍຫຼຸດຜ່ອນອັດຕາການເສຍຊີວິດໄດ້ຕໍ່າກວ່າ 1% ພ້ອມທັງຍົກໃຫ້ເຫັນການປ້ອງກັນ ແລະ ຄວບຄຸມແມ່ນຂຶ້ນກັບມາດຕະການໃນການກໍາຈັດແຫຼ່ງເພາະພັນທີ່ມີປະສິດທິພາບ ແລະ ຕ້ອງໄດ້ປະຕິບັດຢ່າງເປັນປົກກະຕິ ແລະ ສີດວັກຊິນປ້ອງກັນໄຂ້ຍຸງລາຍແມ່ນໄດ້ມີການທົດລອງນໍາໃຊ້ແລ້ວໃນບາງປະເທດ.
ໃນຕອນທ້າຍຂອງພິທີ ທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງ ອາດສະພັງທອງ ກໍ່ໄດ້ໂອ້ລົມ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງການແຜ່ລະບາດໄຂ້ຍຸງພາຍໃນບັນດາເມືອງຕ່າງໆ ທີ່ຂຶ້ນກັບແຂວງສະຫວັນນະເຂດ, ຜູ້ຕິດເຊື້ອ ແລະ ວິທີການປິ່ນປົວການແກ້ໄຂສະເພາະໜ້າ ໃນການທໍາລາຍແຫຼ່ງເພາະພັນຂອງຍຸງລາຍ ບໍ່ໃຫ້ເກີດການແຜ່ລະບາດຕື່ມໃນຊ່ວງລະດູຝົນປີ 2018 ນີ້.
Editor: ນັກຂ່າວເມືອງອາດສະພັງທອງ