ຕອນເຊົ້າຂອງວັນທີ 12 ມິຖຸນາ 2018 ທີ່ຜ່ານມານີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດໃຫ້ມີພິທີປ່ອຍປາ ຢູ່ທີ່ຝາຍນໍ້າມີ້ ຂອງບ້ານນໍ້າກວນ ເມືອງຊະນະຄາມ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງ ເມືອງຊະນະຄາມ, ມີທ່ານ ພັນໂທ ພອນໄຊ ສັກບັນດິດ ຮອງເລຂາພັກເມືອງ ຫົວໜ້າກອງບັນຊາການ ທະຫານ ເມືອງຊະນະຄາມ ມີຄະນະປະຈໍາພັກເມືອງ,ກຳມະການພັກເມືອງ ຫົວໜ້າຫ້ອງການ ພະນັກງານ ອ້ອມຂ້າງເມືອງ ນັກທຸລະກິດ ພໍ່ຄ້າຊາວຂາຍ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານນໍ້າກວນກໍ່ເປັນກຽດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ໃນພິທີດັ່ງກ່າວ ທ່ານ ບຸນຊ່ວງ ວັນສີ ກໍາມະການພັກເມືອງ ຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ໄດ້ສະຫຼຸບການປ່ອຍປາໃນປີນີ້ແມ່ນສາມາດ ປ່ອຍປາໄດ້ 3 ຄັ້ງ ເຊັ່ນ: ຄັ້ງທີ 1 ປ່ອຍໄດ້ 1ແສນໂຕ ຄັ້ງທີ 2 ປ່ອຍໄດ້ 1 ແສນໂຕ ແລະ ຄັ້ງທີ 3 ສາມາດປ່ອຍໄດ້ 9 ກ່ວາແສນໂຕ ສະຫຼຸບລວມແລ້ວ ປີນີ້ສາມາດປ່ອຍປາໄດ້ທັງໜົດ 1 ລ້ານກ່ວາໂຕ ເຊິງໄດ້ເພີ້ມຂື້ນຫຼາຍກ່ວາປີທີ່ຜ່ານມາ ສະເພາະປາທີ່ນໍາມາປ່ອຍໃນຄັ້ງນີ້ແມ່ນທາງເມືອງ ໄດ້ປະກອບສ່ວນ ຈຳນວນ 200 ຖົງ ແລະ ທາງກົມປະມົງນໍ້າຈີດ ເມືອງຊຽງຄານ(ປະເທດໄທ) ປະກອບສ່ວນ 400 ຖົງ, ເຊິງປາທີ່ນໍາມາປ່ອຍໃນຄັ້ງນີ້ ປະກອບມີປາດຸກ, ປາຕະພຽນ, ປາເກັດແລບ, ປາອີ່ສົບ, ປາໄນ, ປາເອີນ ແລະ ປາບຶກ ພ້ອມນີ້ ກໍ່ໄດ້ກຳນົດເອົາຈຸດເຂດດັ່ງກ່າວເປັນເຂດວັງສະຫງວນຂອງປາ ເຊິ່ງມີຈຸດພິກັດຄວາມຍາວຂອງວັງສະຫງວນແຕ່ຈຸດເໜືອຫາຈຸດໃຕ້ມີ 360 ແມັດ, ຄວາມກ້ວາງຂອງວັງສະຫງວນກໍານົດເອົາຕາມຂອບເຂດທັງສອງຟາກຝັ່ງມີໄລຍະຫ່າງກັນ 120 ແມັດ, ລວມເນື້ອທີ່ເປັນວັງສະຫງວນທັງໜົດ 43.200 ຕາແມັດ.
ຈຸດປະສົງໃນການປ່ອຍປາ ໃນຄັ້ງນີ້ ກໍ່ເພື່ອ ອານຸລັກຮັກສາ ຊະນິດພັນປາ ແລະ ສັດນໍ້າຊະນະນິດອື່ນ ໃຫ້ຍຶນຍົງຢູ່ກັບແຫຼ່ງນໍ້າທຳມະຊາດຕະຫຼອດໄປ ເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງແຫຼ່ງທີ່ຢູ່ອາໃສ ບ່ອນວາງໄຂ່ ແລະ ບ່ອນແຜ່ພັນຂອງປາຊະນິດພັນປາລວມທັງສັດນໍ້າຊະນິດອື່ນ ໄດ້ຢ່າງມີປະສິດທິຜົນ.
Editor: ນັກຂ່າວເມືອງຊະນະຄາມ