ເພື່ອເປັນຊ່ວຍເຫຼືອຜູ້ປະສົບໄພ ແລະ ຜູ້ປ່ວຍຂາດເລືອດ ດັ່ງນັ້ນ ໃນວັນທີ 11 ກໍລະກົດ ທີ່ຜ່ານມາ ຢູ່ທີ່ສະໂມສອນເມືອງບົວລະພາ ແຂວງຄຳມ່ວນ ໂດຍອົງການກາແດງລາວ ປະຈຳແຂວງຄຳມ່ວນ ໄດ້ລົງຈັດກິດຈະກຳຮັບບໍລິຈາກເລືອດ ໂດຍການເຂົ້າຮ່ວມ ຂອງທ່ານ ຄຳໃຊ ຕາງນະວົງ ຮອງເຈົ້າເມືອງບົວລະພາ, ທ່ານ ເຂັມພອນ ດວງຕາ ຫົວໜ້າສູນເລືອດປະຈໍາ ແຂວງຄຳມ່ວນ, ມີບັນດາພະນັກງານ ວິຊາການ, ທະຫານ, ຕຳຫຼວດ ທົ່ວເທດສະບານເມືອງເຂົ້າຮ່ວມໃນການກວດເລືອດ ທັງໜົດ 69 ຄົນ ຍິງ 25 ຄົນ ແລະ ໄດ້ຮັບການບໍລິຈາກເລືອດໂຕຈິງ 16 ຄົນ.
ເລືອດທີ່ໄດ້ຮັບການບໍລິຈາກໃນຄັ້ງນີ້ ກໍ່ເພື່ອນໍາໄປ ຊ່ວຍເຫຼືອຄົນເຈັບທີ່ນອນຢູ່ຕາມໂຮງໝໍແຫ່ງຕ່າງໆ ແລະ ຄົນທີ່ເກີດອຸບັດຕິເຫດຕ່າງໆທີ່ຂາດເລືອດ, ໃນພິທີດັ່ງກ່າວ ທ່ານ ຄໍາໄຊ ຕາງນະວົງ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງບົວລະພາ ກໍ່ໄດ້ໃຫ້ຄຳຄິດເຫັນ ແລະ ກ່າວເປີດພິບໍລິຈາກເລືອດ ພ້ອມກັນນັ້ນທ່ານ ຍັງໄດ້ຮຽກຮ້ອງ ໃຫ້ບັນດາພະນັກງານ ທະທານ, ຕຳຫລວດ ແລະ ນັກຮຽນຮູ້ປັນຍາຊົນ ຄວນເຫັນໄດ້ເຖິງຄວາມສຳຄັນ ໃນການບໍລິຈາກເລືອດໃຫ້ກັບອົງການກາແດງ ເພື່ອນຳເອົາເລືອດດັ່ງກ່າວໄປຊ່ວຍເຫຼືອຄົນເຈັບທີ່ຂາດເລືອດ ແລະ ຕ້ອງການເລືອດ ເພື່ອກອບກູ້ເອົາຊີວິດຂອງຜູ້ປ່ວຍນໍາອີກດ້ວຍ.
Editor: ນັກຂ່າວເມືອງບົວລະພາ