ພິທີປະກາດຮັບຮອງເອົາ 3 ບ້ານ ຄື: ບ້ານນ້ຳແຈ້ງ, ບ້ານໂພນສີໄຕ້ ແລະ ບ້ານນາໂພເໜືອ ເປັນບ້ານປ້ອງກັນຊາດເຂັ້ມແຂງ ແຫ່ງທີ 1 ທີ 2 ແລະ ທີ 3 ຂອງເມືອງໂພນໂຮງ, ແຂວງວຽງຈັນ ຈັດຂື້ນໃນວັນທີ 13 ກໍລະກົດ ປີ 2018 ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ພາຍໄຕ້ການເປັນປະທານຂອງ ທ່ານ ນາງ ອິ່ນຄຳ ພັນດາລາ, ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂພນໂຮງ ປະທານປ້ອງກັນຊາດ ປ້ອງກັນຄວາມສະຫງົບຂັ້ນເມືອງ ,ມີ ທ່ານ ປະລິນຍາເອກ ທອງເຄນ ບຸນໝັ້ນ, ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫົງບແຂວງວຽງຈັນ, ມີບັນດາພະແນການ, ກົມກອງ, ຫົວໜ້າຫ້ອງການ, ກອງກຳລັງກອງຫລອນ, ຫມວດ, ໝູj ແລະ ອຳນາດການປົກຄອງແຕ່ລະບ້ານທົ່ວເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ພິມເພັງ ຫຼວງລາດ ນາຍບ້ານໆໂພນສີໄຕ້ ຕ່າງໜ້າໃຫ້ອຳນາດການປົກຄອງບ້ານ 3 ບ້ານ ຂື້ນຜ່ານບົດສະຫຼຸບ ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ທັງ 3 ບ້ານ ໄດ້ເປັນເຈົ້າການເອົາໃສ່ປັບປຸງລະບົບການຈັດຕັ້ງ, ໄດ້ບຳລຸງສິດ-ໜ້າ ແລະ ແບບແຜນວິທີເຮັດວຽກໃຫ້ແຕ່ລະຂະແໜງການພາຍໃນບ້ານ ເຮັດໃຫ້ການຈັດຕັ້ງຂອງບ້ານມີຄວາມເຂັ້ມແຂງດີຂື້ນ ສາມາດສ້າງໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນ: ບ້ານນ້ຳແຈ້ງ ມີ ຈຳນວນຄອບຄົວ 224 ຄອບຄົວ ຜ່ານການປະເມີນຜົນຄອບຄົວປ້ອງກັນຊາດເຂັ້ມແຂງ ຕາມ 6 ມາດຖານ ສະເລ່ຍໄດ້ 95% , ບ້ານໂພນສີໄຕ້ ມີ ຈຳນວນຄອບຄົວ 139 ຄອບຄົວ ຜ່ານການປະເມີນຜົນສະເລ່ຍໄດ້ 95% ແລະ ບ້ານນາໂພເໜືອ ມີ 176 ຄອບຄົວ ຜ່ານການປະເມີນຜົນສະເລ່ຍໄດ້ 95% , ຜ່ານການປະເມີນຜົນການສ້າງບ້ານເປັນບ້ານປ້ອງກັນຊາດເຂັ້ມແຂງ ທັງ 3 ບ້ານ ແມ່ນຮັກສາໄດ້ຄວາມສະຫງົບໂດຍພື້ນຖານ ສະເລ່ຍໄດ້ 100% ດັ່ງນັ້ນ ຄະນະຮັບຜິດຊອບຂັ້ນເມືອງ ແລະ ແຂວງ ຈຶ່ງໄດ້ປະກາດຮັບເອົາ 3 ບ້ານ ເປັນບ້ານປ້ອງກັນຊາດເຂັ້ມແຂງ ຂອງເມືອງໂພນໂຮງ, ແຂວງວຽງຈັນ
ໃຫ້ກຽດມອບໃບຢັ້ງຢືນຄອບຄົວ ຈຳນວນ 533 ຄອບຄົວ ໂດຍທ່ານ ນາງ ອິ່ນຄຳ ພັນດາລາ ເຈົ້າເມືອງໆໂພນໂຮງ ແລະ ມອບໃບຢັ້ງຢືນບ້ານປ້ອງກັນຊາດເຂັ້ມແຂງ ໂດຍ ທ່ານ ປະລິນຍາເອກ ທອງເຄນ ບຸນໝັ້ນ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບແຂວງວຽງຈັນ ຂື້ນຮັບໂດຍຕ່າງໜ້າ ອຳນາດການປົກຄອງ 3 ບ້ານ ຂື້ນຮັບຢ່າງສົມກຽດ.
Editor: ເມືອງໂພນໂຮງ