ໃນເມື່ອບໍ່ດົນນີ້ ຢູ່ທີ່ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມ ເມືອງຊົນນະບູລີ ແຂວງສະຫັວນນະເຂດ ໄດ້ຈັດພິທິມອບ-ຮັບເຂົ້າຊ່ວຍເຫຼືອ ຈາກແຮສຸກເສີນອາຊຽນ+3 ບວກ3 ໂດຍການກ່າວມອບຂອງທ່ານ ຄຳພັນ ຄູນສັກສີ ເຈົ້າເມືອງຊົນນະບູລີ ແລະ ຮັບໂດຍອຳນາດການປົກຄອງບ້ານໃນ 18 ບ້ານເປົ້າໝາຍທີ່ໄດ້ຮັບຜົນກະທົບ.
ສໍາລັບ ຈຸດປະສົງຂອງການ ມອບເຂົ້າຊ່ວຍເຫຼືອໃນຄັ້ງນີ້ ກໍ່ເພື່ອແກ້ໄຂຄວາມທຸກຍາກ ຂອງພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຈາກພາຍຸສົງກາ ແລະ ພະຍຸດອກສຸລິ ໃນຄັ້ງວັນທີ 23-27 ກໍລະກົດ 2017 ໃນໄລຍະຜ່ານມານີ້ ເຊິ່ງມີເນື້ອທີ່-ທີ່ໄດ້ຮັບຄວາມເສຍຫາຍຈາກໄພນ້ຳຖ້ວມ ຈໍານວນ 2.901,46 ເຮັກຕາ ແລະ ເນື້ອທີ່ນາຖືກນ້ຳຖ້ວມ 3.715,95 ເຮັກຕາ ສໍາລັບ ເຂົ້າສານຈ້າວ ທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ມີຈຳນວນ 7 ໂຕນ ໄດ້ແບ່ງປັນໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບເສຍຫາຍ ໃນຈຳນວນ 18 ບ້ານ ຄື: ບ້ານ ກອງປະທຸມວັນ, ບ້ານ ທ່າຄຳເຫຼື້ອມ, ບ້ານ ດອນຍາໂນງ, ບ້ານ ນາໜອງຜຳ, ບ້ານ ໂນນສະຫວ່າງ, ບ້ານ ໜອງບົວຫຼວງ, ບ້ານ ນາໂພນທອງ, ບ້ານ ໂພນຕານ, ບ້ານ ດົງບູນ, ບ້ານ ໂຄກຫົວຊ້າງ, ບ້ານ ໂນນຍາງ, ບ້ານ ໜອງຜື, ບ້ານ ນາຈານໃຫຍ່, ບ້ານ ຊຽງຮົ່ມ, ບ້ານ ໂນນຄູ້, ບ້ານ ຕຸ່ມແຍ, ບ້ານ ບຶງຊ້າງ ແລະ ບ້ານ ດົງຫວາຍ.
Editor: ນັກຂ່າວເມືອງຊົນນະບູລີ