ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຮ່ວມກັບ ຫ້ອງວ່າການປົກຄອງເມືອງນາຊາຍທອງ, ນະຄອນ
ຫລວງວຽງຈັນ ໄດ້ຈັດກອງປະຊຸມເຊື່ອມຊຶມ ດຳລັດ ເລກທີ 331/ນຍ ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ແລະ ເຜີຍແຜ່ການທົດລອງຈັດຕັ້ງປະຕິບັດລາຄາຊີ້ນຳອາຫານຈານດຽວປະເພດ ເຝີ, ເຂົ້າປຽກ, ເຂົ້າພັດ ແລະ ເຂົ້າລາດໜ້າ ເລກທີ 1310/ຫອຄ.ກຄພນ ລົງວັນທີ 25/5/2018 ຂຶ້ນ ໃນວັນທີ 6 ກໍລະກົດ ຜ່ານມາ, ທີ່ຫ້ອງວ່າການປົກຄອງເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ວິລະສັກ ນາມມົນຕີ ເຈົ້າເມືອງ ເມືອງນາຊາຍທອງ ທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສາຫະກຳ ນະຄອນຫຼວງວຽງຈັນ, ທ່ານ ພອນທິບ ຍົກໄຊຍະຄໍາ, ຫົວຫນ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງນາຊາຍທອງ, ມີບັນດາຜູ້ປະກອບການໃນຂະແໜງການທີ່ກ່ຽວຂ້ອງ, ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້ໄດ້ຮັບຟັງການເຜີຍແຜ່ດຳລັດເລກທີ່ 331/ນຍ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ແລະ ຄຳສັ່ງແນະນຳເລກທີ 0521/ອຄ.ກຄພນ ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນບາງມາດຕາຂອງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ສະບັບເລກທີ 331/ນຍ ບັນຍາຍກ່ຽວກັບແຈ້ງການເລກທີ 1310/ຫອຄ.ກຄພນ ລົງວັນທີ 25/5/2018 ເລື່ອງທົດລອງຈັດຕັ້ງປະຕິບັດລາຄາຊີ້ນໍາອາຫານຈານດ່ຽວປະເພດ ເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ, ພ້ອມທັງປະກອບຄຳຄິດເຫັນໃສ່ດຳລັດດັ່ງກ່າວ ແລະ ໄດ້ຮັບຟັງການໂອ້ລົມຈາກທ່ານເຈົ້າເມືອງອີກດ້ວຍ.
ທັງນີ້, ເພື່ອເຮັດໃຫ້ລາຄາອາຫານຈານດ່ຽວປະເພດ: ເຝີ, ເຂົ້າປຽກ, ເຂັ້າຜັດ ແລະ ເຂົ້າລາດໜ້າ ມີລາຄາສົມເຫດສົມຜົນ, ຜູ້ດໍາເນີນທຸລະກິດສາມາດມີກໍາໄລ ແລະ ຜູ້ຊົມໃຊ້ສາມາດບໍລິໂພກອາຫານທີ່ມີຄຸນນະພາບ ໃນລາຄາທີ່ເໜາະສົມ, ທັງສາມາດຮັກສາໄດ້ສະຖຽນລະພາບທາງດ້ານລາຄາ, ຊ່ວຍຫຼຸດຜ່ອນພາລະຄ່າຄອງຊີບຂອງຜູ້ຊົມໃຊ້ໃຫ້ໄດ້ຮັບການແກ້ໄຂດີຂຶ້ນເທື່ອລະກ້າວ ແລະ ທັງເປັນການຮອງຮັບປີທ່ອງທຽວລາວ 2018.
Editor: ເມືອງປາກລາຍ