ຕອນເຊົ້າຂອງວັນທີ 9 ກໍລະກົດ 2018 ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງີນ, ເມືອງ ປາກລາຍ, ແຂວງ ໄຊຍະບູລີ. ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ ຄາດຄະເນໝົດປີ 2018 ແລະ ການຂື້ນແຜນຄາດຄະເນລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ປະຈຳປີ 2019. ໂດຍການເປັນປະທານຂອງທ່ານ ບຸນຫຼາຍ ວົງດາລາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆປາກລາຍ, ຜູ້ຊີ້ນໍາວຽກງານເສດຖະກິດ, ເຂົ້າຮ່ວມມີກຳມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ຜູ້ຄຸ້ມຄອງບໍລິຫານການເງີນ ຫ້ອງການພາຍໃນເມືອງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂອ້ງເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2018 ແລະ ຂື້ນແຜນຄາດຄະເນລາຍຮັບ-ລາຍຈ່າຍງົບປະມານ ປີ 2019 ຈາກທ່ານ ບຸນໝັ້ນ ເສີມມາ ກຳມະການພັກເມືອງຫົວໜ້າຫ້ອງການ-ການເງີນເມືອງ ເຊິ່ງທ່ານໄດ້ຍົກໃຫ້ເຫັນໃນໄລຍະຜ່ານມາ ທາງຄະນະພັກຫ້ອງການ-ການເງີນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານລັດຖະ
ກອນໃນຂົງເຂດການເງີນເອົາໃຈໃສ່ເຮັດໜ້າທີ່ເປັນເສນາທິການ ໃນການຂຸດຄົ້ນແຫຼ່ງລາຍຮັບຕ່າງໆພາຍໃນເມືອງມອບເຂົ້າງົບປະມານ ເພື່ອແນ່ໃສ່ຕອບສະໜອງທາງດ້ານລາຍຈ່າຍອັນຈຳເປັນຂອງສັງຄົມ ໂດຍສະເພາະແມ່ນການເບີກຈ່າຍເງີນເດືອນ, ເງີນນະໂຍບາຍ, ເງີນດັດສົມ-ສົ່ງເສີມ ແລະ ເງີນລົງທືນຊຳລະໂຄງການຈຳນວນໜື່ງ ໃຫ້ຖືກຕ້ອງຕາມການແບ່ງປັນຂອງພະແນກການເງີນແຂວງອະນຸມັດໃຫ້ໃນແຕ່ລະປີ ສະແດງອອກການຈັດເກັບລາຍຮັບໃນ 6 ເດືອນຕົ້ນປີໃນທົ່ວເມືອງປະຕິບັດໄດ້ 10 ຕື້ກວ່າກີບ ເທົ່າກັບ 59% ຂອງແຜນການປີ, ທຽບໃສ່ເວລາດຽວກັນຂອງປີຜ່ານມາເພີ່ມຂື້ນ 12,35 % ໃນນັ້ນ ລາຍຮັບສວຍສາອາກອນປະຕິບັດໄດ້ 9 ຕື້ກວ່າກີບ ເທົ່າກັບ 56,08 % ຂອງແຜນການປີ ທຽບໃສ່ແຜນປີຜ່ານມາເພີ່ມຂື້ນ 8,48 %, ລາຍຮັບພາສີທີ່ດິນປະຕິບັດໄດ້ 1 ຕື້ກວ່າກີບ ເທົ່າກັບ 65,37% ຂອງແຜນການປີທຽບໃສ່ເວລາດຽວກັນຂອງປີຜ່ານມາເພີ່ມຂື້ນ 8,04 %. ສຳລັບ ແຜນການ 6 ເດືອນທ້າຍປີ ສູ້ຊົນຄຸ້ມຄອງຈັດເກັບຕົວເລກແຜນລາຍຮັບໃຫ້ໄດ້ທັງໝົດ 7 ຕື້ກວ່າກີບ ເທົ່າກັບ 44,78 % ຂອງລວມຍອດລາຍຮັບທັງໝົດ, ຄາດຄະເນໝົດປີໃຫ້ໄດ້ 17 ຕື້ກວ່າກີບ, ເທົ່າກັບ 103,02% ຂອງແຜນການປີ ແຕ່ວ່າໃນນີ້: ເມືອງຂອງເຮົາບໍ່ມີຂໍ້ມູນຈັດເກັບລາຍຮັບຕາມການແບ່ງປັນຂອງແຂວງຈຳນວນ 774 ລ້ານ ໃນນີ້ບ້ວງລາຍຮັບສ່ວຍສາອາກອນ (ພາສີທີ່ດິນ ບໍ່ມີຂໍ້ມູນ 774 ລ້ານ) ທ່ານ ບຸນໝັ້ນ ເສີມມາ ກຳມະການພັກເມືອງຫົວໜ້າຫ້ອງການເງິນເມືອງປາກລາຍ ຍັງໄດ້ເນັ້ນໝັກບາງສະພາບການຈັດຕັ້ງປະຕິບັດວຽກງານການເງິນ ໃນປີ 2018 ໃຫ້ຮູ້ວ່າ: ຄຽງຄູ່ກັບຜົນໄດ້ຮັບ ແລະ ຈຸດດີຂ້າງເທິງນັ້ນ, ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານໂດຍສະເພາະແມ່ນສູ້ຊົນເຮັດໃຫ້ເມືອງປາກລາຍ ສາມາດຫັນກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍໃນຕໍ່ໜ້ານັ້ນ ທາງຫ້ອງການ-ການເງິນເມືອງ ຕ້ອງໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆທີ່ເກີດຂຶ້ນ ໂດຍຖືເອົາການສຶກສາອົມຮົມເປັນຫລັກປະຕິບັດລະບຽບຢ່າງເຂັ້ມງວດຕໍ່ຜູ້ຝ່າຝືນ, ແນໃສ່ແກ້ໄຂບັນຫາຫາງສຽງທີ່ເຮັດໃຫ້ຂະ ແໜງການເງິນມີຄວາມສະຫງົບເປັນປົກກະຕິ, ຕັ້ງໜ້າເຜີຍແຜ່, ຜັນຂະຫຍາຍບັນດານິຕິກໍາຕ່າງໆໃຫ້ແກ່ການເງິນຂັ້ນບ້ານໃນທົ່ວເມືອງ. ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIl ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະກິດ-ສັງຄົມເມືອງໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແນ່ໃສ່ຮັບປະກັນຄາດໝາຍບຸກທະລຸດ້ານຕ່າງໆຂອງເມືອງ ໂດຍຫັນເອົາການຄຸ້ມຄອງຕາມຂະແໜງການ ເພື່ອຊຸກຍູ້ການປະຕິບັດບາດກ້າວບຸກທະລຸໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ສ້າງໃຫ້ເມືອງປາກລາຍກຸ້ມຕົນເອງທາງດ້ານງົບປະມານລາຍຮັບ-ລາຍຈ່າຍໃນຕໍ່ໜ້າ.
Editor: ເມືອງປາກລາຍ