ສະມາຄົມເຟີນີເຈີລາວ ໄດ້ເປີດງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ປະຈໍາປີ 2018 ທັງນີ້, ເພື່ອສົ່ງເສີມຜູ້ປະກອບການລາວ ໃຫ້ສາມາດເຂົ້າເຖິງຕະຫຼາດເປົ້າໝາຍ ເຊິ່ງໃນງານມີສິນຄ້າເຂົ້າຮ່ວມ ລວມມູນຄ່າ 20 ຕື້ກີບ, ຄາດຈະມີຍອດຂາຍສູງເຖິງ 80%.
ງານວາງສະແດງສິນຄ້າເຄື່ອງເຮືອນລາວ ຄັ້ງທີ 3 ແມ່ນເປີດເປັນທາງການ ໃນວັນທີ 9 ກໍລະກົດ 2018 ໂດຍການເຂົ້າຮ່ວມຂອງທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສະຫະກໍາ ແລະ ການຄ້າ, ມີຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ, ມີປະທານ-ຮອງປະທານສະມາຄົມເຟີນີເຈີລາວ ພ້ອມດ້ວຍແຂກພາກລັດ ແລະ ຜູ້ປະກອບການເຟີນີເຈີເຂົ້າຮ່ວມ.
ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ລາຍງານວ່າ: ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ຈະເປັນເວທີເຕົ້າໂຮມພູມປັນຍາ, ເຕົ້າໂຮມປະສົບການຈາກຜູ້ປະກອບການຈາກພາຍໃນ ແລະຕ່າງປະເທດ ເພື່ອມາຫາລືແລກປ່ຽນບົດຮຽນ ແລະ ປະສົບການເຊິ່ງກັນ ແລະ ກັນ ພ້ອມທັງ ເປັນການເປີດໂອກາດທີ່ດີໃຫ້ຜູ້ປະກອບການ ແລະ ລູກຄ້າໄດ້ມາຮູ້ຈັກ ແລະ ພັດທະນາສິນຄ້າໄປພ້ອມໆກັນ, ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ມີຈໍານວນຫົວໜ່ວຍທຸລະກິດເຟີນີເຈີເຂົ້າຮ່ວມ 70 ຫົວໜ່ວຍ, ມາຈາກ 9 ແຂວງ ໃນນັ້ນ ມີ14 ຫົວໜ່ວຍ ມີ 16 ຫ້ອງວາງສະແດງ. ພ້ອມນັ້ນ ມີຫົວໜ່ວຍທຸລະກິດຈາກປະເທດໄທ, ຍີ່ປຸ່ນ ແລະ ສ.ເກົາຫລີ ຈໍານວນໜຶ່ງ. ຄາດຄະເນຜູ້ເຂົ້າຮ່ວມໃນງານ 2,5 ແສນຄົນ, ຊຶ່ງຜູ້ເຂົ້າຮ່ວມຊົມຈະໄດ້ສໍາຜັດກັບບັນຍາກາດຕົກແຕ່ງບ້ານເຮືອນຈາກສິນຄ້າທີ່ເຂົ້າຮ່ວມຫຼາກຫຼາຍລາຍການ ບໍ່ວ່າຈະເປັນສິນຄ້າໂອດ໋ອບ, ສິນຄ້າຈາກຄອບຄົວຕົວແບບ, ຜະລິດຕະພັນເຟີນີເຈີເຄື່ອງໄມ້, ເຄື່ອງໃຊ້ໄຟຟ້າ, ເຟີນີເຈີຕົກແຕ່ງ, ເຄື່ອງປະດັບ, ເຄື່ອງມືກົນຈັກໃນການຜະລິດ ແລະ ຜະລິດຕະພັນອື່ນໆ ທີ່ນໍາມາວາງສະແດງໃນງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ຊຶ່ງຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ລະຫວ່າງວັນທີ 7-15 ກໍລະກົດ 2018 ນີ້.
ທາງດ້ານທ່ານ ຄໍາໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ ກ່າວວ່າ: ງານຄັ້ງນີ້ມີຄວາມສໍາຄັນຕໍ່ການພັດທະນາເຟີນີເຈີລາວ ເພື່ອພ້ອມກັນຊຸກຍູ້ການວາງສະແດງ, ການແລກປ່ຽນບົດຮຽນຂອງຜູ້ປະກອບການເຂົ້າມາໂຮມກັນ ສ້າງມູນຄ່າສິນຄ້າເຟີນີເຈີລາວ, ປະກອບສ່ວນສ້າງວຽກເຮັດງານທໍາ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນຂົງເຂດເຟີນີເຈີໄມ້ ເພື່ອແຂ່ງຂັນກັບພາກພື້ນ ແລະ ສາກົນ.
Editor: ດາວໄຊ ສີວິໄລ