ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ ທີ່ ໝູນວຽນມາຄົບຮອບອີກວາລະໜຶ່ງ ,ສະນັ້ນ, ມາໃນວັນທີ 13 ກໍລະກົດ 2018 ຜ່ານມານີ້, ຫ້ອງການກະສິກໍາ-ປ່າໄມ້ເມືອງໄຊພູທອງ ໄດ້ສົມທົບກັບອໍານາດການປົກປົກຄອງເມືອງ ແລະ ອໍານາດການປົກຄອງບ້ານດົງດອກໄມ້ທີ່ຂື້ນກັບກຸ່ມບ້ານທີ 8 ຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ ຈັດພິທີປ່ອຍປາຄືນສູ່ທໍາມະຊາດຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມ ຂອງທ່ານ ຄໍາວິໃສ ຜຸຍຍະວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ ມີບັນດາກໍາມະການພັກເມືອງ,ຫົວໜ້າ-ຄະນະຫ້ອງການ ພ້ອມດ້ວຍພາກສ່ວນຫົວໜ່ວຍທຸລະກິດ ຕະຫຼອດຮອດອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ທ່ານ ໄຊຍະແສງ ສຸລິຍະວົງ ຮອງຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ ໄດ້ກກ່າວວ່າ: ການຈັດພິທີປ່ອຍສັດນໍ້າ-ສັດປ່າຄືນສູ່ທໍາມະຊາດຄັ້ງນີ້ ເພື່ອແນໃສການປົກປັກຮັກສາ ແລະ ພັດທະນາສັດນໍ້າ-ສັດປ່າ ໃຫ້ມີຄວາມອຸດົມສົມບູນເຊິ່ງໃນຫຼາຍປີຜ່ານມາອໍານາດການປົກຄອງເມືອງພວກເຮົາໄດ້ສ້າງຂະບວນການປ່ອຍສັດນໍ້າ-ສັດປ່າລົງສູ່ທໍາມະຊາດໃນຄັ້ງນີ້ 20.800 ໂຕ, ເຊິ່ງຂະ ແໜງລ້ຽງສັດ-ການປະມົງແຂວງ ປະກອບ 5.000 ໂຕ, ບ້ານປະກອບ 2.000 ໂຕ, ຫ້ອງການກະສິກໍາ-ປ່າໄມ້ 1.000 ໂຕ ແລະ ພາກສ່ວນອອ້ມຂ້າງ ແລະ ນັກທຸລະກິດຫ້າງຮ້ານພາຍໃນເມືອງປະກອບ ຈໍານວນ 12.800 ໂຕ, ເພື່ອເປັນແຫຼງຂະຫຍາຍພັນຕາມທໍາມະຊາດສ້າງຄວາມສົບບູນທາງດ້ານລະບົບນິເວດສະໜອງສະບຽບອາຫານ ແລະ ເປັນສິນຄ້າ
ສໍາລັບ ປາທີ່ນໍາມາປ່ອຍບ້ານດົງດອກໄມ້ (ໜອງຖໍ້າພະ) ປະກອບມີ: ປານິນ, ປາປາກ, ປາໃນ ແລະ ປ່າອື່ນໆ ຈໍານວນ 20.800 ທັງນີ້ກໍເພື່ອເປັນການສົ່ງເສີມການຂະຫຍາຍພັນສັດນໍ້າ ແລະ ສັດປ່າໃຫ້ມີຄວາມອຸດົມສົມບູນ ຢູ່ແຕ່ລະທ້ອງຖິ່ນ ໃຫ້ມີການສ້າງຂະບວນການປ່ອຍສັດນໍ້າ ແລະ ສັດປ່າຄືນສູ່ທໍາມະຊາດ ເຊັ່ນ: ປ່ອຍສັດປ່າ ປະເພດຕ່າງໆກັບຄືນສູ່ທໍາມະຊາດ, ປ່ອຍປາລົງຕາມແມ່ນໍ້າລໍາເຊ, ຫ້ວຍ, ຮ່ອງຄອງບຶງ ແລະ ປ່ອຍຕາມສະລ້ຽງປາຂອງບຸກຄົນ ຫຼື ສ່ວນລວມ ເພື່ອເຮັດໃຫ້ທົ່ວເມືອງອຸດົມສົມບູນໄປດ້ວຍປູປາ-ນານໍ້າ ແລະ ປະກອບສ່ວນແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂື້ນ ແລະ ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
ຂອບໃຈ ທີມຂ່າວ ເມືອງໄຊພູທອງ, ແຂວງສະຫວັນນະເຂດ
Editor: ກຳປານາດ ລັດຖະເຮົ້າ