ເມືອງຊຳໃຕ້ ແຂວງຫົວພັນ ໄດ້ຈັດພິທີສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕິດພັນພັນກັບວຽກງານ 3 ສ້າງ ໃນໄລຍະ 2 ເດືອນ (ແຕ່ວັນທີ 7 ພຶດສະພາ ຫາ ວັນທີ 7 ກໍລະກົດ 2018) ແລະ ແຜນການ 6 ເດືອນຕໍ່ໜ້າ ຂື້ນຢູ່ທີ່ຫ້ອງການບ້ານ ພຽງໃໝ່ ຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ພອນຈັນ ຂະທຸມພົມ ຮອງເລຂາ ຮອງເຈົ້າເມືອງ, ມີຫົວໜ້າ, ຄະນະທີມງານກໍ່ສ້າງຮາກຖານການເມືອງ, ມີເລຂາ, ຄະນະພັກກຸ່ມບ້ານ ຕະຫຼອດຮອດອຳນາດການປົກຄອງ ແລະ ມີປະຊາຊົນພາຍໃນບ້ານພຽງໃໝ່ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ພອນໄຊ ນູ່ປ້າວຫວ່າ ຫົວໜ້າທີມງານກໍ່ສ້າງຮາກຖານການເມືອງ ໄດ້ຂື້ນຜ່ານບົດສະຫຼຸບໃນໄລຍະ 2 ເດືອນຜ່ານມາ ແລະ ແຜນການ 6 ເດືອນຕໍ່ໜ້າ. ບ້ານພຽງໃໝ່, ກຸ່ມບ້ານ ພັນຊຳ ປະກອບມີ 55 ຄອບຄົວ, ມີພົນລະເມືອງທັງໝົດ 358 ຄົນ, ຍີງ 184 ຄົນ, ເປັນຊົນເຜົ່າມົ້ງ 100 ສ່ວນຮ້ອຍ. ເຊີ່ງບ້ານຫ່າງຈາກເທດສະບານເມືອງໄປທາງທິດເໜືອ 22 ກິໂລແມັດ ແລະ ຫ່າງຈາກເທດສະບານແຂວງ ປະມານ 122 ກິໂລແມັດ, ທິດໃຕ້ ແລະ ທິດຕາເວັນຕົກ ຕິດກັບບ້ານເມືອງຂັນ, ທິດເໜືອຕິດກັບກຸ່ມບ້ານຊຽງບານ ແລະ ບ້ານດ່ານໄຊ ເມືອງວຽງໄຊ, ທິດຕາເວັນອອກຕິດກັບປ່າສະຫງວນແຫ່ງຊາດນ້ຳຊຳຕອນໃຕ້.
ຜ່ານການຈັດຕັ້ງປະຕິບັດວຽກງານຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ເຫັນວ່າ: ວຽກງານການເມືອງຄະນະທີມງານໄດ້ຈັດກອງປະຊຸມຂັ້ນບ້ານ ເພື່ອເຜີຍແຜ່ເອກະສານຕ່າງໆ, ທີ່ຂັ້ນເທີງມອບໝາຍໃຫ້ເປັນຕົ້ນ: ມະຕິ,ທິດທາງ, ເປົ້າໝາຍ, ມາດຕະການ 3 ສ້າງ. ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ສະບັບເລກທີ 25/ກມສພ ລົງວັນທີ 22 ທັນວາ 2014 ແລະ ເອກະສານທີ່ສຳຄັນອື່ນໆໄດ້ 2 ຄັ້ງ ມີຜູ້ເຂົ້າຮ່ວມທັ້ງໝົດ 325 ເທື່ອຄົນ, ຍິງ 115 ເທື່ອຄົນ.
ໄດ້ສຶກສາອົບຮົມ, ຊີ້ແຈງ, ອະທິບາຍໃຫ້ປະຊາຊົນເຂົ້າໃຈແຈ້ງຕໍ່ຜົນກະທົບໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຊຳ 3, ເຮັດໃຫ້ປະຊາຊົນມີແນວຄິດຍູ້ທ້າງທຳມາຫາກິນ ແລະ ສືບຕໍ່ເອົາໃຈໃສ່ສ້າງສາພັດທະນາວຽກງານຮອບດ້ານຂອງບ້ານຢ່າງເປັນປົກກະຕິ. ວຽກງານເສດຖະກິດໄດ້ວາງແຜນຊອກທາງອອກແກ້ໄຂຄວາມທຸກຍາກຂອງປະຊາຊົນຈຳນວນ 3 ຄອບຄົວທີ່ຍັງເຫຼືອ, ໄດ້ໄປສຳພາດຄອບຄົວ ທ່ານ ເຊົ່າຈ່າງມົວ ປະຊາຊົນ ບ້ານພຽງໃໝ່ ເພື່ອຍົກເປັນຄອບຄົວຕົວແບບການປູກຫຍ້າ-ລ້ຽງສັດໃຫຍ່ ແລະ ສຳເລັດການຈັດກຸ່ມການປູກ-ການລ້ຽງ, ການຫັດຖະກຳຕໍ່າຫູກທໍໄໝ. ວຽກງານວັດທະນະທໍາ-ສັງຄົມໄດ້ຊີ້ນຳ-ນຳພາ ປຸກລະດົມກິລາ-ວັນນະຄະດີຂອງບ້ານ ພ້ອມທັງໄດ້ເຄື່ອນໄຫວເປັນປົກກະຕິ. ສ້າງຫໍຂ່າວ, ຕູ້ຮັບຄໍາເຫັນ,ຫຼັກທຸງ ແລະ ປະດັບປະດາສະໂມສອນບ້ານໃຫ້ເປັນລະບຽບຮຽບຮ້ອຍ,ຈົບງາມ ແລະ ຖຶກຕາມລະບຽບການ. ພ້ອມທັງຂຽນຂ່າວໄດ້ທັງໝົດ 20 ຂ່າວ. ຕິດໃສ່ຫໍຂ່າວຂອງບ້ານ, ສົ່ງໃຫ້ເມືອງ ໄດ້ 20 ຂ່າວ ແລະ ສົ່ງໃຫ້ແຂວງ 10 ຂ່າວ, ຂຽນບົດໄດ້ 2 ບົດ, ສົ່ງເມືອງ ແລະ ແຂວງ 2 ບົດ.ວຽກງານ ປກສ-ປກຊ ເກັບກຳບັນຊີລາຍຊື່ສະມາຊິກ ປກສ-ປກຊບ້ານໄດ້ທັງໝົດ 14 ຄົນ,ເກັບກຳສະຖິຕິລົດຈັກທີ່ບໍ່ມີເອກະສານໄດ້ທັງໝົດ 21 ຄັນ.ລົງກວດກາເວັນຍາມປ້ອງກັນຄວາມສະຫງົບພາຍໃນບ້ານໄດ້ເປັນປົກກະຕິ, ກວດກາສຳມະໂນຄົວໄດ້ທັງໝົດ 1 ຄັ້ງ ມີຈຳນວນ 45 ຫົວ, ບໍ່ມີປື້ມສຳມະໂນຄົວມີ 10 ຄອບຄົວ, ມີຈໍານວນພົນລະເມືອງ 63 ຄົນ, ຍີງ 29 ຄົນ (ເປັນຄອບຄົວຫາກໍ່ອອກເຮືອນໃໝ່). ສໍາມະໂນຄົວທີ່ເປື້ອນ-ຈີກຂາດ ມີ 9 ຫົວ. ພ້ອມທັງໃຫ້ຄໍາແນະນໍາຄອບຄົວດັ່ງກ່າວໄປປະກອບເອກະສານເຮັດປື້ມສຳມະໂນຄົວໃໝ່. ຫຼັງຈາກນັ້ນຜູ້ເຂົ້າຮ່ວມໃນພິທີຍັງໄດ້ປະກອບຄຳຄິດ-ຄຳເຫັນເພື່ອເຮັດໃຫ້ບົດສະຫຼຸບ ແລະ ແຜນການມີເນື້ອໃນຄົບຖ້ວນສົມບຸນ ແລະ ເຮັດໃຫ້ວຽກງານພັດທະນາຮອບດ້ານຂອງບ້ານໄດ້ຮັບຜົນສຳເລັດ.
ຮອດຕອນຄ່ຳຄືນຂອງວັນດຽວກັນຍັງໄດ້ຮັບຊົມການສະແດງສີລະປະວັນນະຄະດີຂອງບ້ານ, ຊົມການຂັບ-ລຳ, ເປົ່າແຄນ, ເປົ່າປີ່ ແລະ ກິດຈະກຳອື່ນໆຢ່າງເບີກບານມ່ວນຊື່ນຕ່ືມອີກ.
ໂດຍ: ສົມສຸກ ໄຊຍະວົງ ນັກຂ່າວເມືອງຊຳໃຕ້.
Editor: ກຳປານາດ ລັດຖະເຮົ້າ