ເມືອງທ່າແຕງ ໄດ້ກຽມນໍາລູກປາ ປາ 95 ພັນ ກວ່າໂຕ, ເພື່ອປ່ອຍລົງສູ່ແຫຼ່ງນໍ້າທໍາມະຊາດ ໃນນັ້ນ ປ່ອຍໃນວັນອະນຸລັກສັດນ້ຳ-ສັດປ່າ 13 ກໍລະກົດ 2018 ມີ 55 ພັນໂຕ.
ຜ່ານການລາຍງານ ຂອງ ທ່ານ ຈັນທະວົງ ສ້ອຍທະວົງສາ ຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງ ຫ້ອງການກະສິກໍາ-ປ່າເມືອງທ່າແຕງ ໃນວັນທີ 12 ກໍລະກົດ 2018 ນີ້ວ່າ: ປາທີ່ນໍາມາປ່ອຍໃນປີນີ້ ມີຢູ່ 2 ຊະນິດ ຄື: ປາປາກ ແລະ ປານິນ, ໂດຍມີທັງໝົດ 95 ພັນໂຕ, ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ, ໃນນີ້ໄດ້ປ່ອຍໃນວັນອະນຸລັກສັດນ້ໍາ-ສັດປ່າ 13 ກໍລະກົດ 2018 ມີຈໍານວນ 55 ພັນກວ່າໂຕ. ໂດຍລູກປາ ຈໍານວນດັ່ງກ່າວ ແມ່ນໄດ້ຈາກການປຸກລະດົມຈາກພາກລັດ ທີ່ກ່ຽວຂ້ອງ ແລະ ຜູ້ປະກອບການອີກຈໍານວນໜຶ່ງ. ເຊິ່ງໃນປີນີ້ ໄດ້ກໍານົດຈຸດປ່ອຍປາທັງໝົດ 6 ຈຸດ ຄື: ຈຸດບ້ານ ຈຸນລາ, ຈຸດບ້ານກາເຟ, ຈຸດບ້ານປ່າໄລ, ຈຸດບ້ານ ໜອງບົວໃສ, ຈຸດບ້ານ ໂກງຕາຢູນ ແລະ ຈຸດບ້ານ ກັນດອນ. ສ່ວນເປີດພິທີຢ່າງເປັນທາງການ ໃນວັນດັ່ງກ່າວ ແມ່ນຈຸດບ້ານຈຸ່ນລາ. ເນື່ອງຈາກວ່າ ເປັນຈຸດໜຶ່ງ ທີ່ນອນໃນແຫຼ່ງວັງສະຫງວນຂອງເມືອງ ກໍ່ຄືຂອງບ້ານ. ທັງນີ້ກໍ່ເພື່ອໃຫ້ສັດນ້ໍາ ໄດ້ກັບຄືນສູ່ແຫຼ່ງທີ່ຢູ່ອາໄສ ຈະເລີນເຕີບໂຕ ແລະ ແຜ່ພັນໃຫ້ຫຼາຍຂຶ້ນ.
ຜ່ານມາ ເມືອງທ່າແຕງ ໄດ້ປ່ອຍປາລົງສູ່ແຫຼ່ງນໍ້າທໍາມະຊາດທຸກໆປີ ໂດຍເລີ່ມມາແຕ່ປີ 2010 ເປັນຕົ້ນມາ. ທົ່ວເມືອງ ມີວັງສະຫງວນເພື່ອອະນຸລັກສັດນໍ້າສັດປ່າ ທັງໝົດ 21 ແຫຼ່ງ. ໃນຈໍານວນແຫຼ່ງດັ່ງກ່າວ, ເຫັນວ່າສາມາດປ່ອຍປາລົງໄດ້ຄົບທຸກໆແຫຼ່ງ ເພື່ອເປັນການຮັບປະກັນຄວາມອຸດົມສົມບູນທາງທໍາມະຊາດ ໃຫ້ແຜ່ຂະຫຍາຍກວ້າງຂວາງ ແລະ ນັບມື້ດີຂຶ້ນເລື້ອຍໆ.
Editor: ກຳປານາດ ລັດຖະເຮົ້າ