ເພື່ອເປັນການຄຳນັບຮັບຕ້ອນ ວັນສຳຄັນຂອງຊາດລາວເຮົາ ເປັນຕົ້ນແມ່ນວັນປ່ອຍປາ ແລະອານຸລັກ ສັດນ້ຳ-ສັດປ່າ ຄົບຮອບ 13 ປີ 13 ກໍລະກົດ ພ້ອມນັ້ນຍັງກົງກັນກັບວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ອາດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 109 ປີ ແລະວັນກຳເນີດກິລາລາວ ຄົບຮອບ 52 ປີ ດັ່ງນັ້ນ, ເມືອງໄຊຍະບູລີ ໄດ້ຈັດພິທີ ປ່ອຍປາ ແລະ ອານຸລັກ ສັດນ້ຳ-ສັດປ່າ ຂື້ນເຊົ້າໃນວັນທີ 13 ກໍລະກົດ 2018 ຜ່ານມານີ້ ຢູ່ທີ່ ວັງສະຫງວນບ້ານໃຫຍ່ ເມືອງ ແລະ ແຂວງໄຊຍະບູລີ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ຫົວໜ້າ ຮອງຫົວໜ້າຫ້ອງການ, ອໍານາດການປົກຄອງບ້ານ ພ້ອມດ້ວຍພະນັກງານພາຍໃນເມືອງເຂົ້າຮ່ວມ.
ການປ່ອຍປາໃນຄັ້ງນີ້, ທົ່ວເມືອງໄຊຍະບູລີ ໄດ້ປ່ອຍປາ ຈໍານວນ 3 ແສນກວ່າໂຕ, ໃນນັ້ນ ມີປາປາກ, ປານິນ, ປາໄນ ແລະ ປາອື່ນໆ ໂດຍມີ 8 ຈຸດ ຄື: ວັງສະຫງວນບ້ານໃຫຍ່, ວັງບວດບ້ານນາຕໍນ້ອຍ, ວັງບວດບ້ານວັງຊອຍ, ວັງບວດນາໄຮ່, ອ່າງນໍ້າຕຽນ, ອ່າງຫ້ວຍແຄນ, ວັງບວດບ້ານປົ່ງ ແລະ ກອງພົນທີ່ 2 , ທັງນີ້ ກໍ່ເພື່ອເປັນການສົ່ງເສີມໃຫ້ທຸກພາກສ່ວນເຂົົົົົົົົົົົົົົົ້າຮ່ວມໃນຂະບວນການດັ່ງກ່າວ ພ້ອມທັງມີມາດຕະການໃນການຄຸ້ມຄອງ ແລະ ປົກປັກຮັກສາເຮັດໃຫ້ວຽກງານນີ້ກາຍເປັນຄວາມຮັບຜິດຊອບຂອງໝົດທຸກຄົນ, ພ້ອມກັນອານຸລັກປົກປັກຮັກສາສັດນໍ້າສັດປ່າ ເພື່ອຄືນອຸດົມສົມບຸນໃຫ້ກັບທຳມະຊາດ ແລະ ເປັນຊັບພະຍາກອນອັນລໍ້າຄ່າ ຄຽງຄູ່ຢູ່ກັບພວກເຮົາຕະຫຼອດໄປ.
ແຫລ່ງຂ່າວທີມຂ່າວ ແຂວງໄຊຍະບູລີ
Editor: ກຳປານາດ ລັດຖະເຮົ້າ