ລັດຖະບານແຫ່ງ ສປປ ລາວ ໄດ້ຖືເອົາວຽກງານໂພຊະນາການເປັນໜຶ່ງໃນບຸລິມະສິດ ຂອງຊາດ ແລະ ໄດ້ໃຫ້ຄວາມເອົາໃຈໃສ່ຢ່າງສູງ ໄດ້ອະນຸມັດໃຫ້ສ້າງຕັ້ງຄະນະກຳມະການໂພຊະນາການໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ເພື່ອໃຫ້ມີກົນໄກການປະສານງານຫຼາຍພາກສ່ວນຢ່າງກົມກຽວ, ພ້ອມທັງຜັນຂະຫຍາຍຜົນກອງປະຊຸມຄະນະກຳມະການໂພຊະນາການ ປະຈຳປີ ແລະ ຍຸດທະສາດ ໂພຊະນາການໃຫ້ເປັນແຜນຈັດຕັ້ງປະຕິບັດ ແລະ ຈັດວາງງົບປະມານຢ່າງມີຈຸດສຸມ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄປໃນທິດດຽວກັນ. ລັດຖະບານ ໄດ້ເພີ່ມການຈັດສັນງົບປະມານ ແລະ ໄດ້ຂົນຂວາຍ ການສະໜັບສະໜູນຢ່າງສຳຄັນ ຈາກສາກົນ ແລະ ສັງຄົມ ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ອີງຕາມຜົນການສຳຫຼວດ ດັດສະນີ ສັງຄົມລາວ ຄັ້ງທີ 2 ( LSIS 2 ) ໃນທົ່ວປະເທດໃນປີ 2017 ທີ່ຫາກໍ່ປະກາດເຜີຍແຜ່ໃນທ້າຍເດືອນ ມິຖຸນາ ຜ່ານມານີ້ ໄດ້ຊີ້ໃຫ້ເຫັນວ່າ: ການແກ້ໄຂບັນຫາການຂາດອາຫານ ໄດ້ມີຄວາມຄືບໜ້າຫຼາຍສົມຄວນ. ເພື່ອເປັນການລາຍງານ-ປະເມີນຜົນດັ່ງກ່າວ ມາໃນວັນທີ 12 ກໍລະກົດ 2018 ຜ່ານມາ ສູນໂພຊະນາການ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະກຳມະການໂພຊະນາການແຫ່ງຊາດ ປະຈຳ 6 ເດືອນ ຕົ້ນປີ 2018 ແລະ ວາງແຜນການ 6 ເດືອນທ້າຍປີ 2018 ຂຶ້ນທີ່ໂຮງແຮມດອນຈັນພາເລດ ເຊີ່ງໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການໂພຊະນາການແຫ່ງຊາດ, ມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມດ້ວຍຮອງປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ ຮອງລັດຖະມົນຕີ, ຄະນະກຳມະການແຫ່ງຊາດດ້ານໂພຊະນາການ ກອງເລຂາ ຄະນະກຳມະການແຫ່ງຊາດດ້ານໂພຊະນາການ ແລະ ພາກສ່ວນກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ປືກສາຫາລືຄົ້ນຄວ້າ ສົນທະນາ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ແຜນປະຕິບັດງານຂອງແຕ່ລະພາກສ່ວນລະອຽດຈະແຈ້ງ ເລັ່ງໃສ່ຈຸດສຸມດຽວກັນ ເປົ້າໝາຍດຽວກັນ, ສາມາດຂົນຂວາຍງົບປະມານ-ທຶນຮອນມາສະໜັບສະໜູນ ເສື່ອມສານເຂົ້າຫາກັນໄດ້ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ
Editor: ກຳປານາດ ລັດຖະເຮົ້າ