ໃນຄໍ່າຄືນວັນທີ 11 ກໍລະກົດ 2018 ທີ່ຜ່ານມາ ທີ່ຮ້ານອາຫານໂກດັງ ບໍລິສັດ ເບຍລາວ ຈໍາກັດ, ໄດ້ເປີດໂຕຜະລິດຕະພັນເບຍລາວ 3 ລັດຊາດໃຫມ່ ຄື: ລົດຊາດເຂັ້ມຂຸ້ນ ( AMBER ), ລົດຊາດກົມກ່ອນ ( HOPPY ), ແລະ ລົດຊາດນຸ່ມນວນ ( WHITE ) ຢ່າງເປັນທາງການ. ເຊີ່ງພາຍໃນງານມີບັນດາລູກຄ້າ ວີໄອພີ, ບັນດາຕົວແທນຈໍາຫນ່າຍ, ດາລາ-ນັກສະແດງ ວົງການບັນເທີງເມືອງລາວ, ເຊເລບ ແລະ ສື່ມວນຊົນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນງານເປີດໂຕ ຢ່າງເປັນທາງການ ຜະລິດຕະພັນເບຍ 3 ລົດຊາດ ຄັ້ງນີ້, ທ່ານ ເຮັນຣິກ ແອນເດີເຊັນ ຜູ້ອໍານວຍການ ບໍລິສັດ ເບຍລາວ ໄດ້ກ່າວວ່າ: ແນວຄວາມຄິດໃນການຜະລິດ ຄຣາຟ ເບຍ ໄດ້ຖືກເລືອດໃຫ້ເປັນແນວຄວາມຄິດໃນການຜະລິດເບຍໃຫມ່, ຍ້ອນຄຣາຟ ເບຍ ມີອັດຕາການເຕີບໂຕສູງ ໃນຫລາຍໆຕະຫລາດ ແລະ ຖືເປັນນະວັດຕະກໍາທີ່ມີຄວາມເປັນເອກະລັກສະເພາະໂຕ ເຊີ່ງຊ່ວຍເຮັດໃຫ້ເບຍລາວ ສຶບຕໍ່ຄວາມເປັນຜູ້ນໍາ ແລະ ເຂົ້າໄດ້ເຖິງຄົນລຸ້ນໃຫມ່. ຜະລິດຕະພັນເບຍໃຫມ່ 3 ລົດຊາດນີ້ ເປັນຜະລິດຕະພັນຂອງເບຍລາວ ໄດ້ຜະລິດຂື້ນເພື່ອຮ່ວມສະຫລອງ ແກ່ຄວາມສໍາເລັດຂອງບໍລິສັດ ເບຍລາວ ທີ່ຢູ່ຄູ່ກັບສັງຄົມລາວ ມາຕະຫລອດ 45 ປີ, ເຊີ່ງເບຍທັງ 3 ລົດຊາດແມ່ນມີຄວາມແຕກຕ່າງ ແຕ່ມີຄວາມລົງໂຕທາງດ້ານລົດຊາດ ໂດຍຜ່ານຂະບວນການຜະລິດ ຢ່າງພິຖີພິຖັນ, ການຄັດເລຶອກວັດຖຸດິບທີ່ມີຄຸນນະພາບ ເຮັດໃຫ້ໄດ້ລົດຊາດ ທີ່ປະສານກັນ ຢ່າງລົງໂຕ, ເບຍລາວ ໄວທ ໃຫ້ລົດຊາດທີ່ນຸ້ມນວນ ມີກິ່ນຫອມຊອງເປືອກຫມາກກ້ຽງ, ເບຍລາວ ຮອບປີ ໃຫ້ລົດຊາດກົມກ່ອມ ມີກີ່ນຫອມຂອງເປືອກຫມາກນາວ ໃຫ້ຄວາມຮູ້ສຶກສົດຊື່ນ ແລະ ເບຍ ແອມເບີ ໃຫ້ລົດຊາດທີ່ເຂັ້ມຂຸ້ນ ມີກິນຫອມຂອງຄາຣາເມລ ທີ່ໂດດເດັ່ນ.
ງານເປີດໂຕຜະລິດຕະພັນເບຍລາວໃຫມ່ 3 ລົດຊາດ ຍັງໄດ້ເປີດໂຕຮູບເງົາໂຄສະນາເລື່ອງສັ້ນ ຊຸດໃຫມ່ 3 ລົດຊາດ ຈໍານວນ 4 ເລື່ອງ ທີ່ມີຄວາມທັນສະໄຫມ ແລະ ແຕກຕ່າງ ສ້າງຄວາມຕື່ນຕາ-ຕື່ນໃຈ ແກ່ແຂກທີ່ມາຮ່ວມພາຍໃນງານ.
Editor: ກຳປານາດ ລັດຖະເຮົ້າ