ກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດສ້າງບ້ານພັດທະນາ 6 ເດືອນຕົ້ນປີ(1-6)ແລະແຜນສືບຕໍ່ 6 ເດືອນທ້າຍປີ(7-12)2018ໄດ້ຈັດຂື້ນຢ່າງເປັນທາງການ,ທີ່ສະໂມສອນຫ້ອງວ່າການປົກຄອງ ເມືອງເຊໂປນ, ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ, ມີບັນດາທ່ານຜູ້ຊີ້ນລວມ, ຄະນະກໍາມະການສ້າງບ້ານພັດທະນາ, ຫົວໜ້າ, ຄະນະຫ້ອງການ, ກອງເລຂາ, ຫົວໜ້າຈຸດສຸມ, ກຸ່ມບ້ານ, ຜູ້ຊີ້ນໍາບ້ານໃຫ່ຍ, ຄະນະພັກບ້ານ, ນາຍບ້ານເຂົ້າຮ່ວມ.
ຈຸດປະສົງກໍ່ເພື່ອທົບທວນຄືນການຫັນພະນັກງານລົງສູ່ຮາກຖານໃນການກໍ່ສ້າງບ້ານພັດທະນາປີ 2018, ໃນກອງປະຊຸມທ່ານເກດສະຫວັນ ຜັນແກ້ວບຸນຍັງ ຄະນະຫ້ອງການກະສິກຳປ່າໄມ້ເມືອງເຊໂປນ ທັງເປັນຜູ້ຮັບຜິດຊອບວຽກງານພັດທະນາຊົນນະບົດປະຈຳເມືອງເຊໂປນ ກໍ່ໄດ້ໃຫ້ກຽດຂື້ນລາຍງານບົດສະຫຼຸບການສ້າງບ້ານພັດທະນາ 6 ເດືອນຕົ້ນປີ (1-6) ແລະ ແຜນສືບຕໍ່ 6 ເດືອນທ້າຍປີ(7-12)2018, ໂດຍປະຕິບັດຕາມແຜນໃນ 28 ບ້ານເປົ້າໝາຍໃນປີ 2017-2018 ສ້າງເປັນບ້ານພັດທະນາ ຄື: ບ້ານຫວ້ຍສານ, ແກ້ງກິວ, ກາດັບ, ເຊໂປນ, ອາສີງ, ລາດຫໍ້, ໂພນໄຮ, ເຟືອງ, ແດນສະຫວັນ, ນາບໍ່, ທ່າໂຂ່ງ, ເມືອງຈັນ, ດົງໃຫ່ຍ, ລະໂບກາງ, ຜາບັງ, ນາໂທນ, ສະແກງ, ແກ້ງຄໍາ,ແກ້ງຫລວງ, ມັນຈີ, ນາຫົວນໍ້າ, ຫ້ວຍຈັງ, ວັງກຸງ, ສະໜູນ, ເມືອງແສນ, ຫ້ວຍແຈງ, ສະກີຟີນ ແລະວັງໝໍ້ທຸ້ມ, ຜ່ານການສູ້ຊົນຈັດຕັ້ງປະຕິບັດວຽກງານການສ້າງບ້ານພັດທະນາ ແລະ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດຕາມແຜນປີສາມາດສັງລວມໄດ້ຕາມຂັ້ນຕອນ ແລະ ບັນດາບາດກ້າວ ຄື: ໄລຍະຜ່ານມາແມ່ນໄດ້ ທົບທວນຄືນຕີລາຄາການສ້າງບ້ານພັດທະນາຂັ້ນເມືອງໃນວັນທີ 20 ມັງກອນ 2018,ໄດ້ປັບປຸງຈັດຕັ້ງຄະນະຊີ້ນໍາ, ນຳພາປະຕິບັດລົງແຕ່ລະບ້ານເປົ້າໝາຍ ແລະ ແຜນສືບຕໍ່ສ້າງບ້ານພັດທະນາ 6 ເດືອນທ້າຍປີ 2018 ສືບຕໍ່ເຮັດໃຫ້ວຽກງານຂະບວນການສ້າງບ້ານພັດທະນາໃຫ້ມີຜົນສໍາເລັດ ແລະ ພ້ອມກັນເອົາໃຈໃສ່ກວດສອບພະນັກງານທີ່ມີຊື່ລົງນຳພາສ້າງບ້ານພັດທະນາຢ່າງເປັນປົກກະຕິ ແລະ ຄະນະຊີ້ນຳຕ້ອງໄດ້ລົງຕິດຕາມ ແລະ ຈັດກອງປະຊຸມວິສາມັນ 1-2 ເທື່ອຕໍ່ເດືອນ, ລົງສືບຕໍ່ຊຸກຍູ້ 11 ບ້ານສ້າງໃໝ່ໃຫ້ສໍາເລັດ ແລະ ລົງປະເມີນຜົນບ້ານທີ່ບັນລຸມາດຕະຖານໄດ້ແຕ່ 17-19 ມາດຖານ ແລະ ວຽກງານອື່ນໆໃຫ້ສໍາເລັດ 100 ສ່ວນຮ້ອຍ, ໃນພິທີບັນດາແຂກເຂົ້າຮ່ວມກໍ່ໄດ້ພັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນເຈາະຈີ້ມບັນຫາທີ່ຍັງຄົງຄ້າງ, ເພື່ອປັບປຸງໃຫ້ມັນສອດຄ່ອງ, ຖືກຕ້ອງ ແລະ ຊັດເຈນຂື້ນກວ່າເກົ່າ.
ສຸດທ້າຍ ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ ກໍ່ໄດ້ໃຫ້ກຽດມີຄໍາເຫັນໃນກອງປະຊຸມກ່ອນອື່ນທ່ານກໍ່ເຫັນດີນຳບົດຫຼຸບດັ່ງກ່າວ, ນອກນັ້ນທ່ານຢາກໃຫ້ບັນດານາຍບ້ານເຮັດເປັນບົດສະຫຼຸບເພື່ອໃຫ້ຄະນະຊີ້ນຳ ແລະ ຜູ້ຊີ້ນຳໆພາຄະນະບ້ານລົງປະເມີນໃນການຈັດຕັ້ງປະຕິບັດການສ້າງບ້ານພັດທະນາໂດຍອີງໃສ່ບັນດານິຕິກຳຕ່າງໆຂອງມະຕິສູນກາງພັກເອົາມາເປັນບ່ອນອີງໃນບາດກ້າວຂັ້ນຕອນຕ່າງໆເພື່ອເອົາມາຂຽນເປັນບົດສະຫຼຸບ, ຄະນະຊີ້ນຳ, ຜູ້ຊີ້ນຳໆພາຢູ່ບ້ານ ແລະ ອຳນາດການປົກຄອງບ້ານເຂົ້າໃຈໃນການຈັດຕັ້ງປະຕິບັດ 6 ເດືອນຜ່ານມາ ແລະ ຊອກຫາວິທີແກ້ໄຂຂໍ້ຄົງຄ້າງໃຫ້ລຸລ່ວງແລະໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້
ທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ