ໃນວັນທີ 03 ກໍລະກົດ 2018 ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ໃຫ້ກຽດຕ້ອນຮັບ ຄະນະຂອງ ພຣະອາຈາຣ໌ໃຫຍ່ ປອ. ມະຫາເຫວດ ມະເສໄນ ຮອງປະທານສູນກາງ ອົງການພຸດທະສາດສະຫນາສຳພັນລາວ, ອົງຊີ້ນຳວຽກງານກຳມາທິການເຜີຍແຜ່ສີນລະທັມ ແລະ ປະຕິບັດກຳມະຖານ ສູນກາງ, ພຣະອາຈາຣຍ໌ໃຫຍ່ ສີທົນ ໄຊຍະວົງສອນ ຫົວຫນ້າກຳມາທິການເຜີຍແຜ່ສີນລະທັມ ແລະ ປະຕິບັດກຳມະຖານ ສູນກາງ ຮ່ວມກັບ ທ່ານ ສໍສອນພິດ ພານຸວົງ ຫົວຫນ້າກົມຊົນເຜົ່າ ແລະ ສາດສະຫນາ ກະຊວງພາຍໃນ, ທ່ານ ສີສະໄຫມ ແສງສະຫວ່າງ ຮອງກົມສາດສະຫນາ ສູນກາງແນວລາວສ້າງຊາດ, ໃນໂອກາດທີ່ຄະນະກັມມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກັມມະຖານ ສູນກາງອົງການພຸດທະສາສະນາສັມພັນ ແຫ່ງ ສປປ. ລາວ ໄດ້ລົງປະຊຸມຊຸກຍູ້ວຽກງານແກ່ ອພສ ແຂວງສະຫວັນນະເຂດ ໃນນາມຫ້ອງວ່າການປົກຄອງແຂວງ ກໍ່ຄືທ່ານເຈົ້າແຂວງ ພ້ອມດ້ວຍອຳນາດການປົກຄອງ ຂັ້ນແຂວງ ຖວາຍປັດໃຈອຸປະຖຳວຽກງານການເຄື່ອນ ໄຫວເຜີຍແຜ່ສີນລະທັມ ແລະ ປະຕິບັດກຳມະຖານ ສູນກາງ ຈຳນວນ 5 ລ້ານກີບ
ທ່ານເຈົ້າແຂວງ ໄດ້ໃຫ້ຮູ້ວ່າ ອໍານາດການປົກຄອງແຂວງ ມີຄວາມພ້ອມໃນການອຸປະຖໍາ ແລະອຳນວຍຄວາມສະດວກໃຫ້ກັບວຽກງານເຜີຍແຜ່ສີນລະທັມ ພ້ອມໃຫ້ການຊຸກຍູ້ສົ່ງເສີມວຽກງານເຜີຍແຜ່ສີນລະທັມ ຄັ້ງນີ້.
Editor: ກຳປານາດ ລັດຖະເຮົ້າ