ກອງປະຊຸມເຜີຍແຜ່ ການໃຫ້ຄວາມຮູ້ ຄໍາແນະນໍາ ໃນການປະເມີນຜົນກະທົບຕໍ່ສີ່ງແວດລ້ອມ - ສັງຄົມ ແລະ ການຊຸກຍູ້,ຕິດຕາມໂຄງການ,ກິດຈະການ ແລະ ທຸລະກິດແບບຄອບຄົວ ໄດ້ຈັດຂື້ນໃນທ້າຍເດືອນມິຖຸນາ 2018 ນີ້, ຢູ່ທີ່ສະໂມສອນໃຫ່ຍຂອງເມືອງ ໂດຍການລົງເຜີຍແຜ່ ຂອງ ທ່ານ ພູນສະຫັວນ ແຈ້ງສະຫວ່າງ, ຫົວໜ້າຂະແໜງສີ່ງແວດລ້ອມ ແລະ ການປຽ່ນແປງດີນຟ້າອາກາດ, ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງໄຊຍະບູລີ ພ້ອມດ້ວຍຄະນະ ເຂົ້າຮວ່ມຮັບຟັງມີທ່ານທອງຂັນ ພັນຖຸອາມາດ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມເມືອງ,ມີພາກສ່ວນທີ່ກຽ່ວຂ້ອງຂອງ ພ້ອມດ້ວຍນັກທຸລະກິດ ແລະ ຜູ່ປະກອບການ ເຂົ້າຮວ່ມ 30 ກວ່າຄົນ.
ໃນໂອກາດນີ້ຜູ່ເຂົ້າຮວ່ມ ພ້ອມກັນຮັບຟັງການໃຫ້ຄວາມຮູ້ ຄໍາແນະນໍາ ໃນການປະເມີນຜົນກະທົບ, ມາດຕະການປອ້ງກັນ,ຫຼດຜ່ອນ ຜົນກະທົບທີ່ຈະເກີດຂື້ນ ຈາກການດໍາເນີນກິດຈະກິດການ ຮັບຟັງພາລະບົດບາດໜ້າຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແລະ ພາລະບົດບາດໜ້າທີ່ຂອງຂະແໜງສີ່ງແວດລ້ອມ ແລະ ການປຽ່ນແປງດີນຟ້າອາກາດ,ຮັບຟັງກົດໝາຍວ່າດ້ວຍການ ປົກປັກຮັກສາສີ່ງແວດລ້ອມ ແລະ ນິຕິກໍາຕ່າງໆທີ່ພົວພັນເຖີງວຽກງານດັ່ງກ່າວຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ພ້ອມທັງວິທີການເກັບກໍາຂໍ້ມູນສະຖິຕິອອກໃບຢັ້ງຢືນສີ່ງແວດລ້ອມການຈັດເກັບລາຍຮັບດ້ານວິຊາການ ແລະ ການເຮັດບົດລາຍງານດ້ານສີ່ງແວດລ້ອມ.
ໃນໂອກາດດັ່ງກ່າວ ຜູ່ເຂົ້າຮ່ວມຍັງໄດ້ພ້ອມກັນ ມີ ຄໍາເຫັນເພື່ອແລກປຽ່ນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອປັບປຸງໃຫ້ດີຂື້ນໃນຕໍ່ໜ້າ,ກອງປະຊຸມຄັ້ງນີ້ ໄດ້ດໍາເນີນສະຖານທີ່ໃນການລົງຕິດຕາມກວດກາຕົວຈິງຕື່ມອີກ. ທັງກໍ່ນີ້ເພື່ອເຮັດໃຫ້ ຜູ່ເຂົ້າໄດ້ຮັບຮູ້ ແລະ ເຂົ້າໃຈກຽ່ວກັບການ ປະເມີນຜົນກະທົບຕໍ່ສີ່ງແວດລ້ອມ ວີທີການປ້ອງກັນ, ຫຼຸດຜ່ອນກະທົບຕໍ່ສີ່ງແວດລ້ອມ - ສັງຄົມ, ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ
ທີມຂ່າວເມືອງຫົງສາ
Editor: ກຳປານາດ ລັດຖະເຮົ້າ