ລະດູຝົນ ມີສິ່ງຫນຶ່ງທີ່ຫນ້າເປັນຫ່ວງ ນັ້ນກໍ່ຄືພະຍາດທີ່ມັກເກີດ ກໍ່ຄືພະຍາດໄຂ້ເລຶອດອອກ ຫລື ໄຂ້ຍຸງລາຍ ໃນແຕ່ລະປີມີຜູ້ຄົນເປັນໄຂ້ ຈໍານວນຫລວງຫລາຍ ແລະ ບາງປີກໍ່ຮຸນແຮງຈົນເຮັດໃຫ້ມີຜູ້ເສຍຊີວິດ ສົ່ງຜົນຕໍ່ເສດຖະກິດ-ຊີວິດ ແລະ ສັງຄົມ. ແລະ ເມື່ອບໍ່ດົນມານີ້ ທີມຂ່າວລາຍການ ໄດ້ມີໂອກາດສໍາພາດ ຫົວຫນ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ວ່າ: ໃນເມື່ອກ່ອນການລະບາດຂອງພະຍາດໄຂ້ເລຶອດອອກ ແມ່ນມີສະເພາະລະດູຝົນ ແລະ ເກີດໃນເດັກເປັນສ່ວນຫລາຍ ແຕ່ມາໃນປະຈຸບັນ ພະຍາດດັ່ງກ່າວ ແມ່ນເກີດຂື້ນໄດ້ທຸກຍາມບໍ່ຈໍາກັດເພດໄວ ໂດຍມີຍຸງລາຍເປັນພາຫານະນໍາເຊື້ອ ເປັນຕົ້ນ, ໃນໄລຍະລະດູຝົນມີນໍ້າຖ້ວມຂັງ ກາຍເປັນແຫລ່ງແຜ່ຂະຫຍາຍຫນອນນໍ້າຍຸງລາຍ ຈໍານວນຫລວງຫລາຍ ເຮັດໃຫ້ໄລຍະນີ້ ໄປຈົນເຖິງເດືອນຕຸລາ ຈະມີການກວດພົບຄົນໄຂ້ເລຶອດອອກ ຫລາຍປົກກະຕິ ສະນັ້ນຈິ່ງໄດ້ເຝົ້າລະວັງຢ່າງໃກ້ຊິດ.
ສໍາລັບຕົວເລກສະຖິຕິຄົນເຈັບທີ່ ເປັນໄຂເລຶອດອອກ ໃນແຄ່ລະປີຄື:
ໃນປີ 2017 ມີ 11,68 ຄົນ, ເສຍຊີວິດ 14 ຄົນ,
ປີ 2016 ມີ 5,618 ຄົນ ເສຍຊິວິດ 10 ຄົນ.
ປີ 2015 ມີ 1,959 ຄົນ, ເສຍຊີວິດ 0
ປີ 2014 ມີ 1,716 ຄົນ, ເສຍຊີວິດ 0
ປີ 2013 ມີ 44,250 ຄົນ, ເສຍຊີວິດ 95 ຄົນ.
ເປັນປີທີ່ມີຕົວເລກຫລາຍ ແລະ ມີຄົນເສຍຊີວິດຫລາຍກວ່າຫມູ່. ນັບແຕ່ນັ້ນມາ ຂະແຫນງສາທາລະນະສຸກທົ່ວປະເທດໄດ້ລົງສົມທົບກັບອໍານາດການປົກຄອງເມືອງ, ບ້ານ ພ້ອມກັນເຝົ້າລະວັງ ແລະ ອະນາໄມເຂດອ້ອມແອ້ມເຮືອນຊານບ້ານຊ່ອງ, ສ້າງຂະບວນການກໍາຈັດແຫລ່ງເພາະພັນຍຸງລາຍ, ຫນອນນໍ້າຍຸງລາຍ ຢ່າງເປັນປະຈໍາ ໂດຍປະຕິບັດ 5 ປໍ.ເປັນປະຈໍາ
Editor: ກຳປານາດ ລັດຖະເຮົ້າ