ເມື່ອບໍ່ດົນມານີ້, ທີ່ວັດບ້ານຫຼັກຂາວ, ເມືອງທ່າແຕງ, ແຂວງເຊກອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມແຂວງເຊກອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ລົງເຊື່ອມຊຶມ ແລະ ປຶກສາຫາລືກ່ຽວກັບການສ້າງສໍາມະໂນທີ່ດິນ ແລະ ອອກໃບຕາດິນ ປະຈໍາປີ 2018 ເພື່ອກວດກາເກັບກໍາຂໍ້ມູນທີ່ດິນໃຫ້ປະຊາຊົນພາຍໃນບ້ານດັ່ງກ່າວ. ເປັນກຽດເຂົ້າຮ່ວມມີ ທ່ານ ລົດແກ້ວ ເພັງພູນສະຫວັດ ຮອງເລຂາພັກເມືອງ ທ່າແຕງ, ມີ ທ່ານ ທອງແກ້ວ ລັດອໍານວຍ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມເມືອງ, ບັນດາພະແນກການ,ຂະແໜ່ງການທີ່ກ່ຽວຂ້ອງ ຕະຫຼອດຮອດວິຊາການ,ອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນພາຍໃນບ້ານຫຼັກຂາວ ເຂົ້າຮ່ວມ.
ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງທ່າແຕງ ສະບັບເລກທີ 152/ຈມ, ລົງວັນທີ 24 ພຶດສະພາ 2018 ວ່າດ້ວຍການອະນຸມັດຈັດເກັບຄ່າທໍານຽມ ແລະ ຄ່າບໍລິການ ທີ່ດິນຕິດພັນກັບການສ້າງສໍາມະໂນທີ່ດິນ, ຂື້ນທະບຽນທີ່ດິນ ແລະ ອອກໃບຕາດິນໃຫ້ເຂົ້າສູ່ລະບຽບກົດໝາຍ.
ໃນນີ້ ທ່ານ ໄກສອນ ເທບມະນີວົງ ຫົວໜ້າໜ່ວຍງານທີ່ດິນ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມເມືອງ ທ່າແຕງ ໄດ້ຊີ້ແຈງຄວາມໝາຍກ່ຽວກັບທີ່ດິນ, ກໍາມະສິດກ່ຽວກັບທີ່ດິນ,ການປົກປ້ອງສິດຜົນປະໂຫຍດຂອງຜູ້ທີ່ໄດ້ຮັບສິດນໍາໃຊ້ທີ່ດິນ, ສິດ ແລະ ພັນທະຂອງຜູ້ນໍາໃຊ້ທີ່ດິນ,ບຸກຄົນຫຼືການຈັດຕັ້ງທີ່ຈະໄດ້ຮັບສິດນໍາໃຊ້ທີ່ດິນໃດໜຶ່ງ, ສິດປົກປັກຮັກສາທີ່ດິນແມ່ນສິດທີ່ລັດມອບໃຫ້ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງຮັກສາທີ່ດິນເພື່ອໃຊ້ເຂົ້າເປົ້າໝາຍໃດໜຶ່ງທີ່ແນ່ນອນ, ສິດສືບທອດສິດນໍາໃຊ້ທີ່ດິນ, ພັນທະຂອງຜູ້ໃຊ້ ແລະ ນໍາໃຊ້ທີ່ດິນ, ການເສຍສິດ ແລະ ການສິ້ນສຸດສິດນໍາໃຊ້ທີ່ດິນ, ບໍ່ນໍາໃຊ້ທີ່ດິນທີ່ລັດມອບໝາຍໃຫ້ ຕາມທີ່ບົງໄວ້ໃນສັນຍາ ແລະ ກົດໝາຍວ່າດ້ວຍທີ່ດິນ, ການຫ້າມຈັບຈ່ອງທີ່ດິນ, ຂັ້ນຕອນການສ້າງສໍາມະໂນທີ່ດິນ ແລະ ອອກໃບຕາດິນເປັນລະບົບ ໂດຍທົ່ວເມືອງທ່າແຕງ ໃນປີ 2018 ນີ້, ໄດ້ກໍານົດຕົວເລກສ້າງສໍາມະໂນທີ່ດິນໃຫ້ໄດ້ທັງໝົດ 1.500 ຕອນ,ຂື້ນທະບຽນອອກໃບຕາດິນໃຫ້ໄດ້ 900 ຕອນ, ໃນນີ້ ໄດ້ກໍານົດເອົາບ້ານ ຫຼັກຂາວ ເປັນບ້ານທໍາອິດຂອງເມືອງທ່າແຕງ, ເປັນບ້ານຕົວແບບສ້າງສໍາມະໂນທີ່ດິນ ແລະ ຂື້ນທະບຽນອອກໃບຕາດິນໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ.
ພ້ອມນີ້ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ, ແລກປ່ຽນບົດຮຽນວຽກງານທີ່ດິນພາຍໃນບ້ານ ແລະ ເຫັນດີເປັນເອກະພາບກັນລົງເຮັດວຽກພາກສະໜາມ ໃນວັນທີ 26 ມິຖຸນາ 2018 ນີ້ ເພື່ອເຮັດວຽກການກວດກາຄືນທີ່ດິນຂອງປະຊາຊົນ ທີ່ມີຢູ່ໃນໄລຍະຜ່ານມາ, ຖືກຕ້ອງສອດຄ່ອງກັບລະບຽບຫຼັກການ, ມາດຕະການ, ອັນໃດຄວນປັບປຸງແກ້ໄຂ ເພື່ອເຮັດໃຫ້ເນື້ອທີ່ຕອນດິນຂອງປະຊາຊົນ ພາຍໃນບ້ານ ຫຼັກຂາວ ຫັນເຂົ້າສູ່ຂະບວນການຍຸຕິທຳ, ຖືກຕ້ອງຕາມລະບຽບກົດໝາຍ, ທັງເຮັດໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ແລະ ຫັນເອົາເນື້ອທີ່ດິນນຳໃຊ້ຂອງຕົນໃຫ້ເປັນປະໂຫຍດສູງສຸດ ເພື່ອສ້າງເສດຖະກິດຄອບຄົວ ຂອງປະຊາຊົນໃຫ້ລຸດຜົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ແລະ ເພື່ອເປີດຂະບວນການກວດກາທີ່ດິນໃຫ້ປະຊາຊົນ ມີໃບຕາດິນຖາວອນ ກໍ່ຄືການເກັບຄ່າທໍານຽມທີ່ດິນໃຫ້ເປັນທຶນ ແລະ ເພີ້ມມູນຄ່າຂອງດິນໃຫ້ນັບມື້ນັບເພີ່ມຂື້ນ, ຖືກຕ້ອງສອດຄ່ອງກັບກົດໝາຍ, ລະບຽບຫຼັກການ, ມາດຕະການຢ່າງເຂັ້ມງວດ.
ແຫລ່ງຂ່າວ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ