ວັນທີ 25 ມີຖຸນາ 2018 ນີ້ ອົງການກູດເນເບີ່ຣລາວ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອ ປະຊາຊົນບ້ານສັນແຟນ, ເມືອງຄຳ ທີ່ຖືກອັກຄີໄພໄຟໄໝ້ບ້ານ ພິທີມອບ-ຮັບໄດ້ຈັດຂື້ນທີ່ຫ້ອງວ່າການປົກຄອງເມຶອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ການຊີ້ນຳນຳພາຂອງ ທ່ານ ພາກ ບອມກຶມ ອຳນວຍການໃຫຍ່ອົງການກູດເນເບີ່ຣລາວ ພ້ອມດ້ວຍຄະນະເປັນກຽດຕ້ອນຮັບຂອງ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຄຳ ມີຫ້ອງການທີ່ກຽ່ວຂ້ອງເຂົ້າຮ່ວມ.
ທ່ານ ພາກ ບອມກຶມ ອຳນວຍການອົງການກູດເນເບີ່ຣລາວ ໄດ້ຂື້ນກ່າວໃນການມອບເຄື່ອງຄັ້ງນີ້ວ່າ: ເຄື່ອງທີ່ນຳມາມອບປະກອບມີ ເຂົ້າສານ ຈຳນວນ 21,408 ກິໂລ ແລະ ເຄືອງມືອອກແຮງງານ ຈໍານວນໜຶ່ງ ລວມເປັນມູນຄ່າທັງໝົດ 122 ລ້ານ 224,000 ກີບ ພ້ອມດຽ່ວກັນນັ້ນກໍ່ຍັງໄດ້ກ່າວສະແດງຄວາມເປັນຫວງເປັນໄຍຕໍ່ເຫດການດັ່ງກ່າວ ຈາກນັ້ນ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຄຳ ກໍ່ໄດ້ຂື້ນກ່າວຮັບ ແລະ ສະແດງຄວາມຂອບອົກຂອບໃຈນຳທີມງານອົງການກູດເນເບີ່ຣລາວ ທີ່ໃຫ້ການອູ້ມຊູຊ່ວຍເຫຼືອໃນຄັ້ງນີ້. ພ້ອມນັ້ນກໍ່ຍັງໄດ້ມອບໃບຍ້ອງຍໍຕື່ມອີກໂດຍເປັນກຽດມອບຂອງ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຄຳ ແລະ ເປັນກຽດຮັບໂດຍ ທ່ານ ພາກ ບອມກຶມ ອຳນວຍການໃຫຍ່ ອົງການກູດເນເບີ່ຣລາວ.
ຈຸດປະສົງກໍ່ເພື່ອເປັນການບັນເທົ່າທຸກ ໃຫ້ແກ່ຄອບຄົວທີຖືກອັກຄີໄພໄຟໄໝ້ບ້ານ ແລະ ຄອບຄົວທີ່ທຸກຍາກ ທັງນີ້ກໍ່ຍັງເປັນການຊຸກຍູ້ ໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽງທຸ່ນທ່ຽງ ຕໍ່ກັບເຫດການທີ່ເກີດຂື້ນ ແລະ ຕໍ່ສູ້ຊີວິດ ແລະ ເອົາໃຈໃສ່ໃນການພັດທະນາຄອບຄົວໃຫ້ມີບາດກ້າວຂະຫຍາຍຕົວຂຶື້ນ ເທື່ອລະກ້າວ.
ແຫລ່ງຂ່າວ ທີມຂ່າວ ຈາກເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ