ວັນທີ 25 ມີຖຸນາ 2018 ກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ສູນກາງ ໄດ້ລົງປະຊຸມຊຸກຍູ້ວຽກງານໃຫ້ແກ່ ອພສ.ຂັ້ນແຂວງ ຢູ່ທີ່ແຂວງອັດຕະປື ໂດຍການເປັນປະທານຂອງ ພຣະອາຈານໃຫຍ່ ປອ. ມະຫາເຫວດ ມະເສໄນ ຮອງປະທານ ສູນກາງອົງການພຸດທະສາສະຫນາສຳພັນລາວ, ຜູ້ຊີ້ນໍາລວມວຽກງານເຜີຍແຜ່ສີລະທໍາ ແລະ ປະຕິບັດກໍາມະຖານທົ່ວປະເທດ,
ພຣະອາຈານ ສີທົນ ໄຊຍະວົງສອນ ຫົວຫນ້າກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານສູນກາງ ແລະ ຄະນະ ພ້ອມດ້ວຍຝ່າຍການນໍາພັກ-ລັດ, ທ່ານ ສໍສອນພິດ ພານຸວົງ ຫົວຫນ້າກົມວຽກງານຊົນເຜົ່າແລະສາສະຫນາກະຊວງພາຍໃນ ແລະ ທ່ານ ສີສະໄຫວ ແສງສະຫວ່າງ ຮອງຫົວຫນ້າກົມສາດສະຫນາ ສູນກາງແນວລາວສ້າງຊາດ ລວມທັງພາກສ່ວນຂອງແຂວງ ອັດຕະປື ມີ ພຣະອາຈານ ສີສະຫວາດ ເທບວົງສາ ປະທານ ອພສ ແຂວງ ອັດຕະປື ພ້ອມດ້ວຍຄະນະ,ແນວລາວສ້າງຊາດແຂວງ, ພະແນກພາຍໃນແຂວງ, ປກສ ແຂວງ, ສະຫະພັນແມ່ຍິງແຂວງ ,ພະແນກສຶກສາແຂວງ, ພະແນກວັດທະນະທໍາແຂວງ ແລະ ແຂກຜູ້ຊົງຄຸນວຸດທິ.
ກອງປະຊຸມຄັ້ງນີ້ ມີ 2 ຈຸດປະສົງຄື: 1. ເພື່ອເປັນການຜັນຂະຫຍາຍຈາກກອງປະຊຸມໃຫຍ່ຜູ້ແທນພຣະສົງລາວທົ່ວປະເທດ ຄັ້ງທີ່ 7 ແລະ ນຳສະເຫນີ ໂຄງສ້າງກຳມາທິການເຜີຍແຜ່ຂັ້ນສູນກາງ ພ້ອມສະຫລຸບຜົນສຳເລັດການເຄື່ອນໄຫວວຽກງານປີ 2017 ແລະ ທິດທາງແຜນງານປີ 2018ຂອງກຳມາທິການເຜີຍແຜ່ຂັ້ນສູນກາງ ແລະ ຂັ້ນແຂວງ, 2. ເພື່ອປຶກສາຫາລື ແລະ ຄົ້ນຄົ້ວກ່ຽວກັບການສ້າງຕັ້ງສູນປະຕິບັດທັມ ຂື້ນປະຈຳແຂວງ
Editor: ກຳປານາດ ລັດຖະເຮົ້າ