ເມືອງຫົງສາ ສ້າງຂະບວນອານາໄມປ້ອງກັນພະຍາດໄຂ້ເລືອດອອກປະຈໍາປີ 2018 ຂື້ນໃນກາງເດືອນ ມິຖຸນາ 2018 ຜ່ານມານີ້ ຢູ່ທີ່ເດີ່ນກິລາ ເມືອງຫົງສາ ໂດຍການໃຫ້ກຽດເຂົ້າຮວ່ມຂະບວນການ ຂອງທ່ານ ສົມສີ ພົມມະຈັນ ຮອງເລຂາພັກເມືອງ ປະທານກວດກາ - ພັກລັດເມືອງ, ມີ ທ່ານ ດຣ ສົມບູນ ທໍາມະລັດ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ, ມີຫົວໜ້າຫ້ອງການ ພະນັກງານຂອງເມືອງ ມີອໍານາດການປົກຄອງບ້ານ ແລະ ປະຊາຊົນບ້ານເທດສະບານເມືອງເຂົ້າຮ່ວມເກືອບ 300 ຄົນ. ໃນໂອກາດນີ້: ທ່ານ ສົມສີ ພົມມະຈັນ ຮອງເລຂາພັກເມືອງ ປະທານກວດກາ - ພັກລັດເມືອງຫົງສາ ໄດ້ກ່າວເປີດພິທີຢ່າງເປັນທາງການ ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖີງການສ້າງຂະບວນການອານາໄມ ຄັງນີ້, ເພື່ອສະກັດກັ້ນ ແລະ ປ້ອງກັນບໍໃຫ້ມີການລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ພາຍໃນເມືອງ ແລະ ທ່ານຍັງກ່າວຕື່ມວ່າ: ພະຍາດໄຂຍຸງລາຍ ແມ່ນພະຍາດຊືມເຊື້ອໄວລັດຊະນິດໜື່ງ ທີ່ເກີດຈາກຍຸງລາຍຕົວແມ່ເປັນຕົວນໍາເຊື້ອ ແລະ ມັກພົບຫຼາຍໃນລະດູຝົນ ເມື່ອເປັນພະຍາດນີ້ແລ້ວຖ້າບໍ່ໄດ້ຮັບການປີ່ນປົວຢ່າງຖືກຕ້ອງ ແລະ ທັນເວລາ ກໍ່ຈະສາມາດເຮັດໃຫ້ຄົນເຮົາເສຍຊິວິດໄດ້ ພະຍາດນີ້ເປັນພະຍາດທີ່ບົ້ມຊ້ອນຢູ່ໃນປະເທດລາວເຮົາ ມາຫຼາຍປີແລ້ວ, ໃນປີ 2017 ຜ່ານມາໃນທົ່ວປະເທດ ມີຄົນເຈັບທີ່ເປັນພະຍາດໄຂ້ຍຸງລາຍທັງໝົດ 11.067 ກໍລາຍນີ, ຢູ່ແຂວງໄຊຍະບູລີ ມີ 147 ກໍລະນີ, ເສຍຊິວິດ 1 ກໍລະນີ ແລະ ການລະບາດກວມເອົາ 44 ບ້ານ, ຄາດວ່າປີ 2018 (ປີນີ້) ຈະມີການລະບາດຂອງພະຍາດດັ່ງກ່າວຕື່ມອີກ.
ດັ່ງນັ້ນ,ອໍານາດການປົກຄອງເມືອງຫົງສາຈີ່ງໄດ້ສົມທົບກັບອໍານາດການປົກຄອງບ້ານ ແລະ ປະຊາຊົນພ້ອມກັນສ້າງຂະບວນການ ເພື່ອສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ ໂດຍທໍາລາຍແຫຼ່ງເພາະພັນຂອງຍຸງລາຍ,ປະຕິບັດ 5 ໃຫ້ເປັນປົກກະຕິ,ເຊີ່ງການອອກແຮງານໃນຄັ້ງນີ້ໄດ້ພ້ອມກັນຕັດຫຍ້າ,ຖາງຫຍ້າ,ຕາມແຄມທາງ ແລະ ສອງຝັ່ງເຂດທ່າຊ່ວງເຮືອຂອງເມືອງ ໃຫ້ມີຄວາມສະອາດງາມຕາ.
Editor: ກຳປານາດ ລັດຖະເຮົ້າ