ກຸ່ມບ້ານເມືອງປາວ ໄດ້ຈັດພິທີປະກາດສ້າງຕັ້ງກຸມບ້ານຕາດທອງ ຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຮີນທອງດວງຈັນສຸກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊໍາໃຕ້
ໃນພິທີ ທ່ານ ພອນໄຊ ສານວັນທາ ຮອງຫົວໜ້າຈັດຕັ້ງເມືອງຊໍາໃຕ້ ໄດ້ຂື້ນຜ່ານຂໍຕົກລົງວ່າດ້ວຍການແຍກກຸ່ມບ້ານ ແລະ ສ້າງຕັ້ງກຸ່ມບ້ານໃໝ່ ເລກທີ 216/ຈມ ລົງວັນທີ 6 ມີຖຸນາ 2018 ຄື: ແຍກກຸ່ມບ້ານກະສອນ, ກຸ່ມບ້ານເມືອງປາວ ອອກຕື່ມ 1 ກຸ່ມ ຄື : ກຸ່ມຕາດທອງ, ສະເພາະກຸມບ້ານຕາດທອງ ປະກອບມີ 270 ຫຼັງຄ່າເຮືອນ, ມີພົນລະເມືອງທັງໝົດ 1,620 ຄົນ, ຍິງ 828 ຄົນ, ມີ 2 ຊົນເຜົ່າຢູ່ຮ່ວມກັນ ຄື: ເຜົ່າໄທແດງ ແລະ ເຜົ່າມົ້ງ, ນີ້ກໍ່ຍ້ອນຈຸດທີຕັ້ງຂອງແຕ່ລະກຸ່ມຢູ່ກະແຈກກະຈາຍບ້ານຕໍ່ບ້ານມີໄລຍະຫ່າງກັນຫຼາຍກິໂລແມັດ, ໄປມາຫາສູ້ກັນພົບຄວາມຫຸຍງຍາກຍ້ອນເສັ້ນທາງທຸລະການດານ ທ່ຽວໄດ້ແຕ່ລະດູດຽວ ເຮັດໃຫ້ອໍານາດການປົກຄອງບ້ານ ຄຸ້ມມຄອງບໍລິຫານວຽກງານພາຍໃນກຸ່ມບ້ານໄດ້ຍາກ ສະນັ້ນ, ອົງການປົກຄອງເມືອງ, ກຸ່ມບ້ານ ຈີ່ງຕົກລົງເປັນເອກະພາບກັນ ແຍກອອກເປັນ 3 ກຸ່ມ, ເພື່ອໃຫ້ມີຄວາມສະດວກພາຍໃນກຸ່ມບ້ານຂອງຕົນ
ຕ້ອນທ້າຍພິທີ ທ່ານ ຮີນທອງດວງຈັນສຸກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊໍາໃຕ້ ໄດ້ມີຄໍາຄິດຄໍາເຫັນຕໍ່ກອງປະຊຸມ ກອ່ນອືນ ຍັງໄດ້ຍ້ອງຍໍ້ຊົມເຊີຍຜົນງານຂອງ ປະຊາຊົນແຕ່ລະກຸ່ມບ້ານທີເຮັດມາໄດ້ໃນໄລຍະຜ່ານມາ ແລະ ທ່ານ ຍັງໄດ້:ເໜັ່ນໜັກກ່ຽວກັບການເຕົ້າໂຮມຄວາມສາມັກຄີ ຊ້ວຍເຫຼືອເຊີ່ງກັນ ແລະ ກັນ ພາຍໃນບ້ານ,ໃຫ້ອໍານາດການປົກຄອງບ້ານນໍາພາປະຊາຊົນ ໃຫ້ມີຊີວິດການເປັນຢູ່ດີຂື້ນໂດຍສະເພາະແມ່ນບ້ານທີສ້າງຕັ້ງໃໝ່
ແຫລງຂ່າວ ເມືອງຊໍາໄຕ້ ແຂວງຫົວພັນ.
Editor: ກຳປານາດ ລັດຖະເຮົ້າ