ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ 2 ປີ, ວັນໄຂ້ຍຸງລາຍອາຊຽນ ແລະ ວັນສັບປະດາປ່ອຍປາຫາງນົກຍຸງ ຄົບຮອບ 5 ປີ, ໄດ້ຈັດຂຶ້ນທີ່ສະໂມສອນປົກຄອງເມືອງໄຊທານີ ເມື່ອບໍ່ດົນມານີ້ ໂດຍມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ມີ ທ່ານ ຮອງສາດສະດາຈານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ພອນປະເສີດ ອຸນາພົມ ຫົວໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ບັນດາຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກການ ຮອງເຈົ້າເມືອງ ຫ້ອງການສາທາລະນະສຸກ ໂຮງໝໍເມືອງ ສຸກສາລາ ເສນາຮັກທະຫານ ຕຳຫຼວດ ແລະ ພະນັກງານແພດໝໍອ້ອມຂ້າງ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ພາຍໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳ ເປັນຕົ້ນ ຫວນຄືນມູນເຊື້ອສາມວັນດັ່ງກ່າວ ຢ້ຽມຊົມຜົນງານ ແລະ ຮູບພາບການເຄື່ອນໄຫວຂອງໜ່ວຍງານສາທາລະນະສຸກແຕ່ລະພາກສ່ວນທີ່ນຳມາວາງສະແດງ ປ່ອຍປາຫາງນົກຍຸງລົງໃສ່ອ່າງແຕ່ລະຈຸດພາຍໃນຂອບເຂດດັ່ງກ່າວ ແລະ ອື່ນໆ ເພື່ອເຮັດໃຫ້ງານມີຄວາມໝາຍສຳຄັນທີ່ສະແດງໃຫ້ເຫັນການນຳພັກ-ລັດ ອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ຕະຫຼອດຮອດສັງຄົມໃຫ້ຄວາມສຳຄັນຕໍ່ການກຳຈັດໜອນນ້ຳຍຸງລາຍ ປ້ອງກັນບໍ່ໃຫ້ເຊື້ອພະຍາດໄຂ້ຍຸງລາຍ ແຜ່ລະບາດໃສ່ຄົນ ເຮັດໃຫ້ອັດຕາການເຈັບເປັນຍ້ອນພະຍາດດັ່ງກ່າວແຕ່ລະປີຫຼຸດລົງເປັນກ້າວໆ.
ພະຍາດໄຂ້ຍຸງລາຍແມ່ນເກີດຈາກເຊື້ອຈຸລະໂຣກ ມີພາຫະນະນຳເຊື້ອແມ່ນຍຸງລາຍ ດັ່ງນັ້ນ ພະຍາດໄຂ້ຍຸງລາຍຖືໄດ້ວ່າເປັນບັນຫາທາງດ້ານສາທາລະນະສຸກ ໃນກຸ່ມປະເທດອາຊຽນ ອາດເປັນຍ້ອນພູມສັນຖານຂອງປະເທດທີ່ນອນຢູ່ເຂດມີຄວາມຮ້ອນຊຸ່ມ ສົມທົບກັບມີການປ່ຽນແປງຫຼາຍດ້ານ ຄື: ການເພີ່ມສູງຂຶ້ນຂອງອຸນຫະພູມ ການເຄື່ອນຍ້າຍຂອງປະຊາກອນ ພູມຕ້ານທານຕໍ່ສານເຄມີຂອງຍຸງ ແລະ ອື່ນໆ ເຊິ່ງເໝາະສຳລັບແຜ່ພັນຂອງໜອນນ້ຳຍຸງລາຍ ທີ່ເປັນພາຫະນະນຳເຊື້ອພະຍາດໄຂ້ຍຸງລາຍ ດັ່ງນັ້ນ, ປະເທດກຸ່ມສະມາຊິກອາຊຽນ 10 ປະເທດ ຈຶ່ງໄດ້ເປີດກອງປະຊຸມຂຶ້ນໃນວັນທີ 25 ກໍລະກົດ 2010 ທີ່ປະເທດສິງກະໂປ ໂດຍມີມະຕິຮ່ວມກັນກຳນົດເອົາວັນທີ 15 ມິຖຸນາ ຂອງທຸກປີໃຫ້ເປັນວັນໄຂ້ຍຸງລາຍອາຊຽນ ເພື່ອປຸກລະດົມປະຊາຊົນໃນຂົງເຂດອາຊຽນໃຫ້ມີສ່ວນຮ່ວມໃນການປ້ອງກັນ ແລະ ຄວບຄຸມພະຍາດ ໄຂ້ຍຸງລາຍ.
ປີ 2018 ປະເທດລາວ ມີການລາຍງານການເກີດພະຍາດໄຂ້ຍຸງລາຍຮອດວັນທີ 13 ມິຖຸນາ 2018 ມີທັງໝົດທົ່ວປະເທດ 1.089 ຄົນ ແລະ ເສຍຊີວິດ 2 ຄົນ, ໃນນັ້ນ ເກີດຂຶ້ນຫຼາຍຢູ່ແຂວງ ອັດຕະປື 477 ຄົນ ແລະ ເສຍຊີວິດ 2 ຄົນ, ຈໍາປາສັກ 164 ຄົນ, ສໍາລັບ ນະຄອນຫລວງວຽງວຈັນ ມີ 102 ຄົນ (ບໍ່ມີກໍລະນີເສຍຊີວິດ) ຄື: ເມືອງໄຊທານີ 37 ຄົນ, ໄຊເຊດຖາ 18 ຄົນ, ສີໂຄດຕະບອງ 13 ຄົນ, ຫາດຊາຍຟອງ 10 ຄົນ, ນາຊາຍທອງ 9 ຄົນ, ຈັນທະບູລີ 6 ຄົນ, ປາກງື່ມ 3 ຄົນ ແລະ ສັງທອງ 1 ຄົນ, ຈາກນັ້ນ ພະແນກສາທາ ນະຄອນຫລວງວຽງຈັນ, ໄດ້ຈັດຕັ້ງປະຕິບັດມາດຕະການໃນການຄວບຄຸມພະຍາດໄຂ້ຍຸງລາຍ ໂດຍແຕ່ງຕັ້ງຄະນະກຳມະການແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ແຕ່ລະພາກສ່ວນໃຫ້ເອົາໃຈໃສ່ຊຸກຍູ້ ແລະ ປຸກລະດົມການມີສ່ວນຮ່ວມ ມີຄວາມເປັນເຈົ້າການໃນການປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍໃຫ້ພະນັກງານ ທະຫານ ຕຳຫຼວດ ຕະຫຼອດຮອດປະຊາຊົນທຸກຊັ້ນຄົນ ລວມທັງສະຖານທີ່ສາທາລະນະ ຫ້ອງການ, ໂຮງໝໍ, ໂຮງຮຽນ ວັດ ແລະ ສະຖານທີ່ສຳຄັນອື່ນໆ ເຊິ່ງມາຮອດປັດຈຸບັນມີເຄືອຄ່າຍໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໃນໂຮງຮຽນ 30 ແຫ່ງ, ກຸ່ມນັກຮຽນມີ 900 ຄົນ, ອາສາສະໝັກບ້ານ 95 ບ້ານ ແລະ ຄູບາ-ພະສົງທີ່ຢູ່ໃນວັດ 100 ວັດ, ໃຫ້ເປັນເຈົ້າການທຳລາຍແຫຼ່ງເພາະພັນຍຸງລາຍ ແລະ ການປ້ອງກັນຕົນເອງບໍ່ໃຫ້ຍຸງກັດ ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ໂດຍຖືເອົາຫຼັກການ 5 ປ.
Editor: ກຳປານາດ ລັດຖະເຮົ້າ