ອີງຕາມແຫລ່ງຂໍ້ມູນອົງການອາຫານ ແລະ ກະສິກຳ (FAO) ແລະ ເວບໄຊ www. indexmundi.com ທີ່ໄດ້ຈັດອັນໃຫ້ ສປປ ລາວ ເປັນປະເທດມີພື້ນທີ່ປ່າໄມ້ຫລາຍທີ່ສຸດ ອັນດັບ 6 ຂອງໂລກ ຈາກທັງໝົດ 190 ປະເທດ ແລະ ເປັນອັນດັບ 1 ຂອງອາຊຽນ, ເຊິ່ງເນື້ອທີ່ປ່າທໍາມະຊາດ ຂອງ ສປປ ລາວ ກວມເອົາ 81,29 ສ່ວນຮ້ອຍ ຂອງເນື້ອທີ່ທັງໝົດ ໃນປີ 2015, ເພີ່ມຈາກ 76.45 ສ່ວນຮ້ອຍ ໃນປີ 1990.
ການສຳຫລວດໃນ ປີ 2015 ຍັງໄດ້ຈັດອັນດັບໃຫ້ປະເທດໃນອາຊຽນ ເຊັ່ນ:
- ອັນດັບທີ 2 ແມ່ນປະເທດບຣູໄນ ມີເນື້ອທີ່ປ່າໄມ້ທັງໝົດ 71,11 ສ່ວນຮ້ອຍ;
- ອັນດັບທີ 3 ແມ່ນປະເທດມາເລເຊຍ ມີເນື້ອທີ່ປ່າໄມ້ທັງໝົດ 67,55 ສ່ວນຮ້ອຍ;
- ອັນດັບທີ 4 ປະເທດກຳປູເຈຍ ມີພື້ນທີ່ປ່າທັງໝົດ 53.57 ສ່ວນຮ້ອຍ;
- ອັນດັບທີ 5 ປະເທດອິນໂດເນເຊຍ ມີພື້ນທີ່ປ່າທັງໝົດ 50.24 ສ່ວນຮ້ອຍ;
- ອັນດັບທີ 6 ປະເທດຫວຽດນາມ ມີເນື້ອທີ່ປ່າໄມ້ທັງໝົດ 47.64 ສ່ວນຮ້ອຍ;
- ອັນດັບທີ 7 ປະເທດມຽນມາ ມີເນື້ອທີ່ປ່າໄມ້ທັງໝົດ 44.47 ສ່ວຍຮ້ອຍ;
- ອັນດັບທີ 8 ປະເທດໄທ ມີເນື້ອທີ່ປ່າໄມ້ທັງໝົດ 32.10 ສ່ວຍຮ້ອຍ;
- ອັນດັບທີ 9 ຟີລິບປິນ ມີເນື້ອທີ່ປ່າໄມ້ທັງໝົດ 26.96 ສ່ວນຮ້ອຍ
- ອັນດັບທີ 10 ປະເທດສິງກະໂປ ມີເນື້ອທີ່ປ່າໄມ້ທັງໝົດ 23.06 ສ່ວນຮ້ອຍ.
Editor: ກຳປານາດ ລັດຖະເຮົ້າ