ຄະນະນຳ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງຈຳປາສັກ ໂດຍສະເພາະແມ່ນປະຊາຊົນບ້ານ ຫາງສະດຳ ແລະ ບ້ານ ຫາງຄອນ,ເມືອງໂຂງ ໄດ້ພ້ອມກັນເຫັນດີຂະຫຍາຍພື້ນທີ່ ວັງອານຸລັກປາຂ່າ ອອກໄປຕື່ມຈາກ 21 ເຮັກຕາໃນເມື່ອກ່ອນ, ມາເປັນ 150 ເຮັກຕາ. ທັງນີ້, ກໍເພື່ອເປັນການອານຸລັກ ແລະ ປົກປັກຮັກສາປາຂ່າ ເນື່ອງຈາກປາຂ່າ ເປັນສັດນ້ຳທີ່ຢູ່ໃນບັນຊີຫວງຫ້າມ ແລະ ໃກ້ຈະສູນພັນແລ້ວ.
ທ່ານ ບຸນເກີດ ຄຳພິທັກ ຫົວໜ້າ ໜ່ວຍງານການປະມົງຂັ້ນແຂວງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ໄດ້ໃຫ້ສໍາພາດ ໃນວັນທີ 12 ມິຖຸນາ 2018 ຜ່ານມາ ໂອກາດລົງຕິດຕາມໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນ້ຳອື່ນໆ ແບບຍືນຍົງ ຢູ່ເຂດມະຫານະທີ-ສີພັນດອນໄລຍະ 2, ໄດ້ກ່າວວ່າ: ການອານຸລັກ ແລະ ປົກປັກຮັກສາປາຂ່າ ແມ່ນວຽກງານໜຶ່ງທີ່ສຳຄັນທີ່ແຂວງ ກໍຄື ເມືອງໄດ້ເອົາໃຈ ໃສ່ມາເປັນເວລາດົນນານມາແລ້ວ. ນັບແຕ່ປີ 2009 ເປັນຕົ້ນມາ, ອົງການກອງທຶນອານຸຮັກທຳມະຊາດໂລກ ປະຈຳ ສປປ ລາວ ຫລື (WWF-Laos) ກໍໄດ້ສະໜັບສະໜູນທຶນ ແລະ ອຸປະກອນ ໂດຍຜ່ານກິດຈະກຳ ແລະ ໂຄງການຕ່າງໆ ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງ, ອານຸລັກ ແລະ ປົກປັກຮັກສາປາຂ່າ ມາຈົນຮອດປັດຈຸບັນນີ້. ການປະກາດຂະຫຍາຍພື້ນທີ່ ວັງສະຫງວນປາຂ່າ ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້, ໂດຍມີຈຸດປະສົງເພື່ອເຮັດໃຫ້ປາຂ່າ ມີພື້ນທີ່ຫາກິນກວ້າງຂຶ້ນ, ມີອາຫານຫລາຍກວ່າເກົ່າ, ຫລີກລ້ຽງການລົບກວນ ແລະ ປະຊາຊົນເອງ ກໍເຫັນໄດ້ເຖິງຄວາມສຳຄັນ ໃນການອານຸລັກ ເພາະເຂົາເຈົ້າສາມາດສ້າງລາຍຮັບ ຈາກການບໍລິການນັກທ່ອງທ່ຽວໄປທ່ຽວຊົມປາຂ່າ ຕາມລະດູການຕ່າງໆ.
ປັດຈຸບັນ, ອີງຕາມຜົນສຳຫລວດ ຂອງອົງການກອງທຶນອານຸຮັກທຳມະຊາດໂລກປະຈຳ ສປປ ລາວ ແລະ ກຳປູເຈຍ, ຊຶ່ງໄດ້ຮ່ວມມືກັນສຳຫລວດປີໜຶ່ງສອງຄັ້ງ ຄື: ເດືອນທັນວາ ແລະ ເດືອນ ພຶດສະພາ ເຫັນວ່າ ປາຂ່າ ຢູ່ໃນວັງອານຸລັກ ເຂດດິນແດນ ຂອງ ສປປ ລາວ, ມີພຽງ 4 ໂຕ, ໃນຂະນະກຳປູເຈຍ ມີເຖິງ 90 ກວ່າໂຕ.
ທ່ານ ບຸນເກີດ ຄຳພິທັກ ຜູ້ເຮັດວຽກກ່ຽວກັບການຄຸ້ມຄ້ອງ, ອານຸລັກ ແລະ ປົກປັກຮັກສາວັງສະຫງວນ ປາຂ່າ ມາເກືອບ 10 ປີ ກ່າວວ່າ: ພວກເຮົາພົບເຫັນປາຂ່າຈຳນວນ 4 ໂຕນີ້ ມາເປັນເວລາ 3-4 ປີແລ້ວ, ຊຶ່ງບໍ່ເຫັນວ່າ ຈະມີທ່າທີຂະຫຍາຍຈໍານວນປະຊາກອນເພີ່ມຂຶ້ນເລີຍ ແລະ ກໍບໍ່ຫລຸດລົງຄືກັນ. ການຂະຫຍາຍພັນຂອງປາຂ່າ ແມ່ນແຕກຕ່າງ ຈາກປາຊະນິດອື່ນໆ ເພາະວ່າອອກລູກເປັນໂຕ. ວັງອານຸລັກປາຂ່າ ຊຶ່ງກວມເອົາເນື້ອທີ່ ຂອງສອງບ້ານ ຄື: ບ້ານຫາງສະດຳ ແລະ ບ້ານຫາງຄອນ ແມ່ນຫ້າມໃຫ້ປະຊາຊົນຫາປາ ໃນບໍລິເວນດັ່ງກ່າວທຸກກໍລະນີ, ຖ້າຫາກພົບເຫັນຜູ້ທີ່ຜ່າຝືນແມ່ນຈະຖືກປັບໃໝ ຫລື ລົງໂທດຕາມລະບຽບກົດໝາຍ.
ປັດຈຸບັນ, ອຳນາດການປົກຄອງສອງບ້ານດັ່ງກ່າວ ໄດ້ແຕ່ງຕັ້ງໜ່ວຍກວດກາລາດຕະເວນ ຫລື ເຈົ້າໜ້າທີ່ປະມົງຂັ້ນບ້ານ ເພື່ອປົກປັກຮັກສາປາຂ່າ ແລະ ສະກັດກັ້ນຜູ້ທີ່ມາຫາປາ ໃນວັງອານຸລັກດັ່ງກ່າວ. ເຖິງຢ່າງໃດກໍຕາມ, ທ່ານ ບຸນເກີດ ຄຳພິທັກ ກໍໄດ້ຮຽກ ຮ້ອງມາຍັງທົ່ວສັງຄົມ ໂດຍສະເພາະປະຊາຊົນ ພາຍໃນແຂວງຈຳປາສັກ ຈົ່ງຮ່ວມໃຈກັນອານຸລັກ ແລະ ປົກປັກຮັກສາປາຂ່າ, ພ້ອມທັງຮຽກຮ້ອງມາຍັງນັກທ່ອງທ່ຽວ ທີ່ມາທ່ຽວຊົມເບິ່ງປາຂ່າ ຈົ່ງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ໂດຍສະເພາະແມ່ນ ການຖີ້ມສິ່ງເສດເຫລືອຕ່າງໆ ລົງວັງປາຂ່າ ເພື່ອຫລີກລ້ຽງການທຳລາຍ ທີ່ຢູ່ອາໃສຂອງປາ ແລະ ລະບົບນິເວດທາງທຳມະຊາດ. ພວກເຮົາສາມາດເບິ່ງປາຂ່າໄດ້ທຸກລະດູ ແຕ່ລະດູທີ່ເໝາະສົມທີ່ສຸດ ແລະ ເຫັນໄດ້ຊັດເຈນແມ່ນລະດູແລ້ງ ໂດຍເລີ່ມແຕ່ເດືອນທັນວາ ຫາ ເດືອນພຶດສະພາ.
Editor: ກຳປານາດ ລັດຖະເຮົ້າ