ເພື່ອເປັນການພົບປະແລກປ່ຽນບົດຮຽນຄັ້ງນີິ້ ໄດ້ເຮັດໃຫ້ຄວາມຜູກໝັ້ນ ຄວາມສາມັກຄີ ລະຫ່ວາງ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ກັບ ເມືອງ, ໃຫ້ມີຄວາມແໜ້ນແພ້ນຂື້ນກ່ວາເກົ້າ ແລະ ເຮັດໃຫ້ພະນັກງານຂອງແຕ່ລະເມືອງທີ່ເຂົ້າຮ່ວມ ໄດ້ຮຽນຮູ້ເຊີ່ງກັນ ແລະ ກັນ ແລ້ວຈະນໍາເອົາບົດຮຽນນີ້ໄປນໍາໃຊ້ເຂົ້າໃນວຽກງານຂອງຕົນໃຫ້ຈະເລີນກ່າວໜ້າໄປເລື້ອຍໆ
ເມື່ອບໍ່ດົນນີ້, ຢູ່ທີຫ້ອງປະຊູມຂອງຫ້ອງການສຶກສາທິການ ແລະ ກິລາເມືອງຊໍາໃຕ້ ໄດ້ຈັດພິທີ ແລກປ່ຽນບົດຮຽນ ວຽກງານ ໂຍທາທິການ ແລະ ຂົນສົ່ງ ລະດັບເມືອງໃນ 6 ເມືອງ ຄື: ເມືອງຊໍາໃຕ້, ເມືອງຫົວເມືອງ, ເມືອງຮ້ຽມ, ເມືອງຊງຽຄໍ້, ເມືອງແອດ, ເມືອງສົບເບົາ ແລະ ເມືອງກ້ວນ, ເຊີ່ງພາຍໃຕ້ການເປັນປະທານ ຂອງ ທ່ານ ທອງຫວັງ ຄູນທອນຮຸງມີໄຊ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຊໍາໃຕ້, ເປັນກຽດເຂົ້າຮ່ວມຂອງ ທ່ານ ອຸ່ນໄຈ ສີແສງຈັນ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ພ້ອມດ້ວຍ ຫົວໜ້າ-ຄະນະຫ້ອງການ ຍທຂ ທັງ 7 ເມືອງເຂົ້າຮ່ວມຢ່າງພ້ອມພຽງ
ໃນກອງປະຊຸມຍັງໄດ້ປຶກສາຫາລືກັນ ວາງທິດທາງແຜນການໃນ 6 ເດືອນຕໍ່ໜ້າ ຄື: ນໍາເອົານິຕິກໍາຕ່າງໆ ເຊັ່ນ: ກົດໝາຍທາງຫຼວງ, ກົດໝາຍຜັງເມືອງລົງເຜີຍແຜ່ໃຫ້ທຸກຄົນໄດ້ຮັບຮູ້ທົວເຖີ່ງ,ເພີມທະວີໃນການກວດກາຕິດຕາມໃນການປຸກສ້າງເຮືອນ, ຈົກດີນ, ຖົມດີນເປັນປະຈໍາ, ກວດກາລົດຂົນສົງສີນຄ້ານໍາໝັກເກີນ ແລະ ອື້ນໆ. ທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ , ນອກນັ້ນຜູ້ແທນທັງ 7 ເມືອງ ກໍ່ໄດ້ປະກອບຄໍາຄິດຄໍາເຫັນ ແລກປ່ຽນບົດຮຽນນໍາກັນໂດຍສະເພາະແມ່ນ ຂໍສະດວກ ແລະ ຂໍຫຸຍ້ງຍາກໃນ ການເຄືອນໄຫວວຽກງານ ຂອງຫ້ອງການ ຍທຂ ແຕ່ລະເມືອງ ເປັນຕົ້ນ: ວຽກງານເຄຫາຜັງເມືອງ, ວຽກຄຸ້ມຄອງທາງບົກ - ທາງນໍ້າ, ວຽກຂົນສົ່ງ ແລະ ວຽກງານອື່ນໆ
ແຫລ່ງຂ່າວ ທີມຂ່າວເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ