ໃນວັນທີ່ 15 ມີຖຸນາ 2018 ຜ່ານມາ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ມີພິທີທໍາລາຍສິນຄ້າທີ່ຕ້ອງຫ້າມ, ການຄຸ້ມຄອງຝຸ່ນ, ແນວພັນພຶດ, ຢາຂ້າຫຍ້າ, ຢາປາບສັດຕູພືດ, ສິນຄ້າທີ່ໝົດອາຍຸ, ອາວຸດລ່າເນື້ອ, ເລົາປືນ, ໝາກກະໂພກ, ໝໍ້ຊັອດ ແລະ ລູກຫວ່ານ. ໂດຍເປັນການເຂົ້າຮ່ວມຂອງ ທ່ານ ໄຊພອນ ວ່າເຊັ້ງວື່ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງວຽງທອງ, ມີພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຫຼ້າ ເຈ່ຍຈາວ ຄະນະຫ້ອງການກະສິກໍາ-ປ່າໄມ້ເມືອງ ໄດ້ໃຫ້ກຽດຜ່ານບົດສະຫຼຸບໃນການເກັບກູ້ສິນຄ້າທີ່ຕ້ອງຫ້າມ, ສິນຄ້າທີ່ໝົດອາຍຸ ແລະ ອາວຸດລ່າເນື້ອຕ່າງໆ ໃນໄລຍະຜ່ານມາ. ຜ່ານການປະຕິບັດເກັບກູ້ຕົວຈິງແມ່ນສາມາດເກັບໄດ້ປະເພດ ຢາຂ້າຫຍ້າ 11 ຢ່າງເທົ່າກັບ 173 ອັນ, ປະເພດຢາປາບສັດຕູພືດ 6 ຢ່າງເທົ່າກັບ 498 ອັນ, ປະເພດອາວຸດລ່າເນື້ອ ແລະ ອື່ນໆ 7 ຢ່າງເທົ່າກັບ 14 ອັນ ແລະ 37,2 ກິໂລ. ຄິດເປັນມູນຄ່າລວມທັງໝົດ 25,520,000 ກີບ.
ໃນເວລາລົງເກັບກູ້ ທາງຄະນະກໍາມະການເກັບກູ້ກໍ່ໄດ້ສ້າງບົດບັນທຶກເປັນລາຍຫຼັກອັກສອນຕໍ່ເຈົ້າຂອງຮ້າງຮ້ານແຕ່ລະຮ້ານ ເພື່ອເປັນການກວດກາຈັດຕັ້ງປະຕິບັດໃນຄັ້ງຕໍ່ໄປ ຖ້າຫາກຍັງມີການລະເມີດອີກແມ່ນຈະຖືກປັບໄໝຕາມລະບຽບການ. ການທໍາລາຍຄັ້ງນີ້ແມ່ນຂຸດຂຸມຝັງ ແລະ ຖົມດີນໃສ່.
Editor: ເມືອງວຽງທອງ