ໃນທ້າຍອາທິດຜ່ານມານີ້; ເມືອງ ອາດສະພັງທອງ ແຂວງສະຫັວນນະເຂດ ໄດ້ສ້າງຂະບວນການປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດ ຢູ່ທີ່ໂຮງຮຽນມັດທະຍົມສົມບູນນາໄລ່, ໂດຍການເຂົ້າຮ່ວມຂອງທ່ານ ຄໍາປານ ເຄນວົງສັກ ຮອງເຈົ້າເມືອງ ອາດສະພັງທອງ, ມີພະແນກກວດກາປ່າໄມ້ແຂວງ, ບັນດາພະນັກງານ-ລັດຖະກອນອ້ອມຂ້າງເມືອງ, ບໍລິສັດຮ້າງຮ້ານ, ນັກທຸລະກິດ, ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນ, ນ້ອງນັກຮຽນໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.
ຕາມການລາຍງານຂອງທ່ານ ພອນເພັດ ໄຊປັນຍາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ອາດສະພັງທອງວ່າ: ໂດຍປະຕິບັດຕາມກົດໝາຍປ່າໄມ້ທີ່ກໍານົດເອົາວັນທີ 1 ມິຖຸນາຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ, ດັ່ງນັ້ນ; ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ອາດສະພັງທອງ ຈຶ່ງໄດ້ຈັດພິທີປູກຕົ້ນໄມ້ຂຶ້ນໃນທຸກປີ, ເຊິ່ງໃນປີ 2018 ນີ້; ແມ່ນໄດ້ນໍາເອົາຕົ້ນໄມ້ຈໍານວນ 1.500 ເບ້ຍມາປູກທີ່ໂຮງຮຽນມັດທະຍົມສົມບູນນາໄລ່. ສ່ວນຕົ້ນໄມ້ທີ່ນໍາມາປູກໃນປີນີ້ມີ: ໄມ້ດູ່, ໄມ້ແຕ້ ໄມ້ສົ້ມຜາດ ແລະ ໄມ້ຖິນເທພາ.ເຊິ່ງມາຮອດປີນີ້; ກໍ່ໄດ້ປະຕິບັດກັນມາເປັນທີ 5 ຕິດຕໍ່ກັນເຊິ່ງໃນປີ 2014 ໄດ້ຈັດພິທີປູກຢູ່ທີ່ໂຮງຮຽນມັດທະຍົມສົມບູນຫຼຽນໄຊ ຈໍານວນ 200 ເບ້ຍ ເທົ່າກັບ 83%, ປີ 2015 ໄດ້ຈັດພິທີປູກຢູ່ທີ່ໂຮງຮຽນມໍປາຍດົງເຫັນໃນຈໍານວນ 310 ເບ້ຍ ເທົ່າກັບ 50%, ປີ 2016 ໄດ້ຈັດພິທີປູກທີ່ສະຖານ ທີ່ຖິ້ມຂີ້ເຫຍື້ອບ້ານຕະບອງເພັດ ຈໍານວນ 250 ເບ້ຍ ເທົ່າກັບ 50% ແລະ ໃນປີ 2017 ແມ່ນໄດ້ແຈກຢາຍໃຫ້ບັນດາພະນັກງານ, ຫ້ອງການໃນທົ່ວເມືອງ ແລະ ບ້ານໃນ 40 ບ້ານໃນທົ່ວເມືອງນໍາໄປປູກ ຈໍານວນ 3.500 ເບ້ຍ ເທົ່າກັບ 60% ຂອງຈໍານວນເບ້ຍໄມ້ທີ່ນໍາໄປປູກ ແລະ ປົກຮັກສາເປັນປ່າໄມ້ໃຫ້ເປັນປ່າໄມ້ທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ ເຮັດໃຫ້ເປັນປ່າສີຂຽວເປັນບ່ອນອາໄສຂອງຝູງສັດນາໆຊະນິດຕື່ມອີກດ້ວຍ.
Editor: ນັກຂ່າວເມືອງອາດສະພັງທອງ