ເຫດການລົດເມປີ້ນ ທີ່ເມືອງກາສີ ແຂວງວຽງຈັນ ຄັ້ງວັນທີ 25 ກຸມພາ 2018 ເວລາ 23:45 ນາທີ ໃນນັ້ນມີຜູ້ເສຍຊີວິດ 7 ຄົນ, ແລະ ບາດເຈັບ 23 ຄົນ. ເຊີ່ງລົດເມໂດຍສານຄັນດັ່ງກ່າວ ໄດ້ຊື້ປະກັນໄພ ທາງແຜ່ງ ບຸກຄົນທີ 3 ກັບບໍລິສັດປະກັນໄພ ລາວເທບຈະເລີນ, ດັ່ງນັ້ນ ທາງບໍລິສັດ ປະກັນໄພ ລາວເທບຈະເລີນ ຈິ່ງໄດ້ຈ່າຍສິນທົດແທນ ໃຫ້ກັບຄອບຄົວຜູ້ເສຍຊີວິດ ແລະ ບາດເຈັບ ຈາກອຸປະຕິເຫັດ ຄັ້ງດັ່ງກ່າວ ເປັນຈໍານວນເງິນ ລວມຈໍານວນ ທັງໝົດ 364 ລ້ານ 812,000 ກີບ
ມອບໂດຍ ທ່ານ ບຸນທະສອນ ຫານຊະນະ ຫົວຫນ້າພະແນກ ແກ້ໄຂຄະດີ ແລະ ຮັບໂດຍ ທ່ານ ສຸດໃຈ ພະໄຊ ຕາງຫນ້າບໍລິສັດ ຂົນສົ່ງໂດຍສານ, ພິທີມອບ-ຮັບ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ ໂດຍມີສື່ມວນຊົນ ຮ່ວມເປັນສັກຂີພິຍານ.
Editor: ກຳປານາດ ລັດຖະເຮົ້າ